ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນຢູ່ຕາແສງເຂດຊາຍແດນຂອງ ດ່ານັ້ງ

ນະຄອນ ດ່ານັ້ງ ໄດ້ຜັນຂະຫຍາຍການກໍ່ສ້າງໂຮງຮຽນ 6 ແຫ່ງຢູ່ບັນດາຕາແສງເຂດຊາຍແດນໃນປີ 2025, ດ້ວຍຍອດຈຳນວນເງິນກວ່າ 1.500 ຕື້ດົ່ງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ (ພາບ: qdnd.vn)

ຕອນບ່າຍວັນທີ 16 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນກິນນອນ, ເຄິ່ງກິນນອນປະຖົມ ແລະ ມັດທະຍົມຕອນຕົ້ນ ໄຕຢາງ, ຕາແສງເຂດຊາຍແດນທາງທິດຕາເວັນຕົກ ຂອງນະຄອນ ດ່ານັ້ງ ທີ່ຕິດກັບປະເທດ ລາວ.

        ໂດຍປະຕິບັດຕາມແຈ້ງການເລກທີ 81 ຂອງກົມການເມືອງ, ນະຄອນ ດ່ານັ້ງ ໄດ້ຜັນຂະຫຍາຍການກໍ່ສ້າງໂຮງຮຽນ 6 ແຫ່ງຢູ່ບັນດາຕາແສງເຂດຊາຍແດນໃນປີ 2025, ດ້ວຍຍອດຈຳນວນເງິນກວ່າ 1.500 ຕື້ດົ່ງ, ໃນນັ້ນມີ ໂຮງຮຽນກິນນອນ, ເຄິ່ງກິນນອນປະຖົມ ແລະ ມັດທະຍົມຕອນຕົ້ນ ໄຕຢາງ.

        ກ່າວຄຳເຫັນຊີ້ນຳທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ການລົງທຶນກໍ່ສ້າງ 2 ໂຮງຮຽນດັ່ງກ່າວມີຄວາມໝາຍດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ມະນຸດສະທຳຢ່າງໃຫຍ່ຫຼວງ, ສ້າງເງື່ອນໄຂໃຫ້ນັກຮຽນມີສະພາບແວດລ້ອມການຮ່ຳຮຽນ, ເຄື່ອນໄຫວດຳລົງຊີວິດທີ່ມີຄວາມປອດໄພ, ທັນສະໄໝ, ມີເງື່ອນໄຂພັດທະນາຮອບດ້ານຢ່າງຄົບຖ້ວນ…


top