ການຫັນເປັນດີຈີຕອນ, ພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ໄດ້ກາຍເປັນກຳລັງໜູນເຕີບໂຕໃໝ່ ແລະ ຄ່ອຍໆຢືນຢັນທີ່ຕັ້ງແມ່ນເສົ້າຄ້ຳຂອງການພັດທະນາແບບຍືນຍົງ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)
ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການຮ່ວມມືດີຈີຕອນ ອາຊຽນ ແລະ ປາດຖະໜາຢາກສ້າງປະຊາຄົມດີຈີຕອນ ອາຊຽນ ສາມັກຄີ, ເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ. ນີ້ແມ່ນຄຳຢືນຢັນຂອງທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ທີ່ກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 15 ມັງກອນ, ຢູ່ ຮ່າໂນ້ຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ ການຫັນເປັນດີຈີຕອນ, ພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ໄດ້ກາຍເປັນກຳລັງໜູນເຕີບໂຕໃໝ່ ແລະ ຄ່ອຍໆຢືນຢັນທີ່ຕັ້ງແມ່ນເສົ້າຄ້ຳຂອງການພັດທະນາແບບຍືນຍົງ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຖືວ່າ ບັນດາປະເທດ ອາຊຽນ ຕ້ອງສ້າງຍຸດທະສາດດີຈີຕອນແບບຍາວນານ ແລະ ຮອບດ້ານ.
“ປັນຍາປະດິດພວມແຜ່ຂະຫຍາຍຢ່າງແຮງ, ສວມບົດບາດເປັນໃຈກາງໃນສັງກາດດີຈີຕອນ. ຮຽກຮ້ອງໃຫ້ ອາຊຽນ ຕ້ອງຊຸກຍູ້ການພັດທະນາກົນໄກທົດລອງໃຫ້ແກ່ເຕັກໂນໂລຊີໃໝ່, ຮູບແບບດຳເນີນທຸລະກິດໃໝ່ ເພື່ອທະວີຄູນໃຫ້ທົ່ວພາກພື້ນ. ພ້ອມກັນນັ້ນ, ການພັດທະນາປັນຍາປະດິດຕ້ອງຕິດພັນກັບມາດຖານຄຸນສົມບັດ, ຖືມະນຸດເປັນໃຈກາງ, ຮັບໃຊ້ເປົ້າໝາຍສັນຕິພາບ, ການຮ່ວມມື ແລະ ພັດທະນາ”.
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຮ່ວມມືດີຈີຕອນ ອາຊຽນ; ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ໜູນຊ່ວຍບັນດາປະເທດທີ່ຍັງປະສົບກັບຄວາມຫຍຸ້ງຍາກ ເພື່ອຮັດແຄບຊ່ອງຫວ່າງດີຈີຕອນ ແລະ ພ້ອມກັນພັດທະນາ.