ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສົ່ງຈົດໝາຍອວຍພອນພໍ່ແມ່ປະຊາຊົນເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

ບຸນປີໃໝ່ Chol Chnam Thmay, ແມ່ນວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນເຜົ່າຂະແມ - ແມ່ນບຸນເຕັດເຕັມໄປດ້ວຍຄວາມຫວັງ, ຄວາມເບີກບານມ່ວນຊື່ນ

ບຸນປີໃໝ່ Chol Chnam Thmay, ແມ່ນວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນເຜົ່າຂະແມ - ແມ່ນບຸນເຕັດເຕັມໄປດ້ວຍຄວາມຫວັງ, ຄວາມເບີກບານມ່ວນຊື່ນ.

    

ບຸນປີໃໝ່ Chol Chnam Thmay. (ພາບປະກອບ: VGP)

ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2022 ຂອງພໍ່ແມ່ຊາວເຜົ່າຂະແມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສົ່ງຈົດໝາຍອວຍພອນເຖິງພໍ່ແມ່ປະຊາຊົນ, ພະສົງສຳມະເນນຊາວເຜົ່າ ຂະແມ.

        ບຸນປີໃໝ່ Chol Chnam Thmay, ແມ່ນວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນເຜົ່າຂະແມ - ແມ່ນບຸນເຕັດເຕັມໄປດ້ວຍຄວາມຫວັງ, ຄວາມເບີກບານມ່ວນຊື່ນ ແລະ ຄວາມໄວ້ເນື້ອເຊື່ອໃຈ ມຸ່ງໄປເຖິງປີໃໝ່ຈະໂຊກດີກວ່າ, ທຸກຄົນມີສຸຂະພາບເຂັ້ມແຂງ, ຄອບຄົວໃດກໍ່ມີຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກ.

        ປີ 2022 ແມ່ນປີບານພັບສຳຄັນເພື່ອປະຕິບັດບັນດາເປົ້າໝາຍແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 2021 – 2025; ແມ່ນປີທຳອິດທີ່ປະຕິບັດ 2 ນະໂຍບາຍໃຫຍ່ກ່ຽວກັບວຽກງານຊົນເຜົ່າ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ທ່ານນາຍົກລັດຖະມົນຕີມີຄວາມປາດຖະໜາ ແລະ ຫວັງວ່າ ພໍ່ແມ່ປະຊາຊົນເຜົ່າຂະແມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຈິດໃຈສາມັກຄີ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ມານະພະຍາຍາມປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມຢ່າງມີໄຊ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງທົ່ວສັງຄົມ.

(ແຫຼ່ງຄັດຈາກ VOV)

 


top