ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ສຸມໃສ່ຄົ້ນຄວ້າພັດທະນາພະລັງງານແຮງລົມ, ພະລັງງານແສງຕາເວັນ

ກຸ່ມບໍລິສັດໄຟຟ້າ ຫວຽດນາມ; ຢື້ຢາມຖາມຂ່າວ, ມອບຂອງຂວັນ, ລະດົມກຳລັງໃຈບັນດາພະນັກງານ, ກຳມະກອນ, ຜູ້ອອກແຮງງານທີ່ພວມເຮັດວຽກຢູ່ທີ່ນີ້
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຄະນະການນຳບໍລິສັດກະຈາຍໄຟຟ້າເລກ 2 (ພາບ Dương Giang/TTXVN)  

 ຕອນບ່າຍວັນທີ 20 ມິຖຸນາ, ໃນການໄປປະຕິບັດງານຢູ່ນະຄອນ ເກິນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຄະນະການນຳບໍລິສັດກະຈາຍໄຟຟ້າເລກ 2, ກຸ່ມບໍລິສັດໄຟຟ້າ ຫວຽດນາມ; ຢື້ຢາມຖາມຂ່າວ, ມອບຂອງຂວັນ, ລະດົມກຳລັງໃຈບັນດາພະນັກງານ, ກຳມະກອນ, ຜູ້ອອກແຮງງານທີ່ພວມເຮັດວຽກຢູ່ທີ່ນີ້.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ບັນດາໂຮງງານໄຟຟ້າພະລັງຄວາມຮ້ອນ, ບໍລິສັດໃຫຍ່ຕ້ອງຄົ້ນຄວ້າທິດທາງນຳໃຊ້ພື້ນຖານດ້ານວັດຖຸທີ່ມີຢູ່ແລ້ວ ແລະ ລົງທຶນເຕັກໂນໂລຊີທັນສະໄໝ ເພື່ອກ້າວໄປເຖິງເລື່ອງບໍ່ນຳໃຊ້ຖ່ານຫີນ. ໃນອະນາຄົດ, ຕ້ອງຄົ້ນຄວ້າການຂຸດຄົ້ນແຫຼ່ງພະລັງງານແຮງລົມ, ພະລັງງານແສງຕາເວັນ. ກ່ຽວກັບບັນດາໂຄງການຂຶ້ນກັບສູນໄຟຟ້າ ໂອມົນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງອຸດສາຫະກຳການຄ້າ, ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN), ກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (PVN) ຈົ່ງສົມທົບກັນຄິດໄລ່ຈຳນວນນ້ຳມັນອາຍແກັດທີ່ຕ້ອງຂຸດຄົ້ນຢ່າງສຸດຂີດ ເພື່ອເຄື່ອນໄຫວບັນດາໂຮງງານ ໂອມົນ I, II. III. IV ເຂົ້າເຄື່ອນໄຫວ ແລະ ພິຈາລະນາເວລາຂຸດຄົ້ນ ເພື່ອຮັບປະກັນເປົ້າໝາຍການປ່ອຍອາຍພິດລົງເປັນ “0” ໃນປີ 2050.


top