ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສຳຫຼວດກວດກາບັນດາໂຄງການ, ກິດຈະກຳໃຫຍ່, ຈຸດສຸມຢູ່ແຂວງ ແຄັງຮ່ວາ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ Hyundai ສືບຕໍ່ຂະຫຍາຍການຜະລິດ, ຍົກອັດຕາຜະລິດຢູ່ພາຍໃນປະເທດຂຶ້ນ 20-25% ໃນຊຸມປີຈະມາເຖິງ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ Hyundai ສືບຕໍ່ຂະຫຍາຍການຜະລິດ, ຍົກອັດຕາຜະລິດຢູ່ພາຍໃນປະເທດຂຶ້ນ 20-25% ໃນຊຸມປີຈະມາເຖິງ.

   

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມໂຮງງານຕໍ່ກ່ຳປັ່ນ Hyundai (ສ.ເກົາຫຼີ). (ພາບ: VGP)

ຕອນເຊົ້າວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ສຳຫຼວດກວດກາສະພາບການຜັນຂະຫຍາຍບາງໂຄງການ, ກິດຈະກຳໃຫຍ່, ຈຸດສຸມຢູ່ແຂວງ ແຄັງຮ່ວາ.

        ເມື່ອລົງສຳຫຼວດຕົວຈິງຢູ່ອ່າວ ເວີນຟອງ ແລະ ຮັບຟັງບົດລາຍງານກ່ຽວກັບວິທີພັດທະນາເຂດຕົວເມືອງຢູ່ແຄມທະເລ, ເຂດທ່ອງທ່ຽວຈຸດສຸມໃນເຂດ, ການວາງແຜນຜັງເຂດເສດຖະກິດ ເວີນຟອງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ເພື່ອຊຸກຍູ້ການພັດທະນາເຂດເສດຖະກິດດັ່ງກ່າວ, ແຂວງ ແຄັງຮ່ວາ ແລະ ບັນດາກະຊວງ, ຂະແໜງການ ຕ້ອງສຸມໃສ່ຄົ້ນຄວ້າກົນໄກ, ນະໂຍບາຍ, ໂດຍສະເພາະແມ່ນກົນໄກຮ່ວມມືພາກລັດ- ເອກະຊົນ ໃນການພັດທະນາພື້ນຖານໂຄງລ່າງ, ຜ່ານນັ້ນ, ດຶງດູດການລົງທຶນ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ດຶງດູດແຫຼ່ງຊັບພະຍາກອນມະນຸດ…

        ຖັດຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມໂຮງງານຕໍ່ກ່ຳປັ່ນ Hyundai (ສ.ເກົາຫຼີ) ຢູ່ເຂດເສດຖະກິດ ເວີນຟອງ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີສະເໜີໃຫ້ Hyundai ສືບຕໍ່ຂະຫຍາຍການຜະລິດ, ຍົກອັດຕາຜະລິດຢູ່ພາຍໃນປະເທດຂຶ້ນ 20-25% ໃນຊຸມປີຈະມາເຖິງ, ພິເສດເອົາໃຈໃສ່ເຖິງການປຸງແຕ່ງ, ຜະລິດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ທາງໂຮງງານປະຕິບັດວຽກງານປົກປັກຮັກສາສິ່ງແວດລ້ອມໃຫ້ເປັນຢ່າງດີ; ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ກຳມະກອນກວ່າອີກ; ປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປສຳຫຼວດ, ຮັບຟັງການລາຍງານກ່ຽວກັບທິດທາງຂອງໂຄງການເສັ້ນທາງຄວາມໄວສູງ ບວນມາທວດ-ເວິນຟອງ.

(ແຫຼ່ງຄັດຈາກ VOV)


top