ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ຕຳຫຼວດແຂວງ ແທັງຮວາ ຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງບຸລິມະສິດອັນດັບ 1 ແມ່ນຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໃນນັ້ນສຸມໃສ່ໃຫ້ແກ່ໜ້າທີ່ສັກວັກຊິນຕາມເນື້ອໃນຈິດໃຈໄວ, ໄວກວ່າອີກໃນການຜັນຂະຫຍາຍບັ້ນສັກວັກຊິນລະດູບານໃໝ່.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຕຳຫຼວດແຂວງ ແທັງຮວາ. (ພາບ: VGP)

ຕອນບ່າຍວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຕຳຫຼວດແຂວງ ແທັງຮວາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງບຸລິມະສິດອັນດັບ 1 ແມ່ນຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ໃນນັ້ນສຸມໃສ່ໃຫ້ແກ່ໜ້າທີ່ສັກວັກຊິນຕາມເນື້ອໃນຈິດໃຈໄວ, ໄວກວ່າອີກໃນການຜັນຂະຫຍາຍບັ້ນສັກວັກຊິນລະດູບານໃໝ່ ເຊິ່ງທ່ານນາຍົກລັດຖະມົນຕີໄດ້ປຸກລະດົມ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຕຳຫຼວດແຂວງ ແທັງຮວາ ສືບຕໍ່ກຳແໜ້ນສະພາບການ, ປະຕິບັດວຽກງານຄຸ້ມຄອງລັດກ່ຽວກັບຄວາມເປັນລະບຽບຮຽບຮ້ອຍໃຫ້ເປັນຢ່າງດີ, ພ້ອມກັນນັ້ນ, ກໍສົມທົບກັບບັນດາກຳລັງອື່ນເພື່ອສ້າງທ່າຮົບປ້ອງກັນຊາດທົ່ວປວງຊົນ ເພື່ອປົກປັກຮັກສາເອກະລາດ, ປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ປົກປ້ອງການດຳລົງຊີວິດທີ່ສະຫງົບສຸກຂອງປະຊາຊົນ.

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນ, ດອກໄມ້ຢູ່ຫໍອະນຸສອນອາໄລຫາປະທານ ໂຮ່ຈີມິນ, ຖະຫວາຍທູບທຽນ, ດອກໄມ້ຢູ່ອະນຸສາວະລີນັກວິລະຊົນຂອງຊາດ ເລເລີ້ຍ ຢູ່ນະຄອນ ແທັງຮວາ.

(ແຫຼ່ງຄັດຈາກ VOV)


top