ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ Samsung ຖື ຫວຽດນາມ ແມ່ນສະຖານທີ່ຍຸດທະສາດທົ່ວໂລກກ່ຽວກັບການພັດທະນາຜະລິດຕະພັນຫຼັກ

ຄາດວ່າ, Samsung ຈະດຳເນີນການຄົ້ນຄວ້າ ແລະ ພັດທະນາໂທລະສັບມືຖື, ໄອແພັດ, ຮາດເວ ແລະ ຊອບແວ, ດຶງດູດຜູ້ອອກແຮງງານປະມານ 3.000 ຄົນ.
ພິທີເປີດສະຫຼອງສູນຄົ້ນຄວ້າ ແລະ ພັດທະນາ (R&D) (ພາບ: VGP)

ຕອນເຊົ້າວັນທີ 23 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເຂົ້າຮ່ວມພິທີເປີດສະຫຼອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຂອງກຸ່ມບໍລິສັດ Samsung ຢູ່ ຮ່າໂນ້ຍ. ສູນ R&D ຂອງ Samsung ຢູ່ ຮ່າໂນ້ຍ ເລີ່ມລົງມືກໍ່ສ້າງແຕ່ເດືອນ ມີນາ 2020, ຄາດວ່າ, Samsung ຈະດຳເນີນການຄົ້ນຄວ້າ ແລະ ພັດທະນາໂທລະສັບມືຖື, ໄອແພັດ, ຮາດເວ ແລະ ຊອບແວ, ດຶງດູດຜູ້ອອກແຮງງານປະມານ 3.000 ຄົນ.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ເພື່ອໃຫ້ສູນ R&D ຂອງ Samsung ຢູ່ ຮ່າໂນ້ຍ ເວົ້າສະເພາະ ແລະ ກຸ່ມບໍລິສັດ Samsung ເວົ້າລວມໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງ ສືບຕໍ່ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີກຸ່ມບໍລິສັດ Samsung, ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍາວນານຢູ່ ຫວຽດນາມ.

  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕ້ອນຮັບທ່ານ Lee Jae Yong, ປະທານກຸ່ມບໍລິສັດ Samsung (ພາບ: VGP)    

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕ້ອນຮັບທ່ານ Lee Jae Yong, ປະທານກຸ່ມບໍລິສັດ Samsung. ທ່ານນາຍົກລັດຖະມົນຕີໄດ້ຂອບໃຈ Samsung ທີມີການປະກອບສ່ວນຕໍ່ ຫວຽດນາມ ດ້ວຍບົດບາດເປັນວິສາຫະກິດມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຫຼາຍທີ່ສຸດ, ພ້ອມທັງຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຮັບປະກັນຊີວິດສັງຄົມ. ທ່ານນາຍົກລັດຖະມົນຕີ ຫວັງວ່າ, Samsung ຈະສືບຕໍ່ເປີດກວ້າງການເຄື່ອນໄຫວຄົ້ນຄວ້າ ແລະ ພັດທະນາ, ຍູ້ແຮງການບຳລຸງສ້າງຊັບພະຍາກອນມະນຸດ, ເຊື່ອມຕໍ່ກັບວິສາຫະກິດ ຫວຽດນາມ.

ສ່ວນທ່ານປະທານກຸ່ມບໍລິສັດ Samsung, Lee Jae Yong ໃຫ້ຮູ້ວ່າ, Samsung ຈະຍູ້ແຮງການບຳລຸງສ້າງ, ພັດທະນາຊັບພະຍາກອນມະນຸດ ເພື່ອສາມາດຕອບສະໜອງສະພາບແວດລ້ອມແຫ່ງການເຮັດວຽກທົ່ວໂລກ ແລະ ສົມທົບກັບຝ່າຍ ຫວຽດນາມ ເພື່ອຍົກສູງອັດຕາຜະລິດຮາດເວ ແລະ ຊອບແວຢູ່ພາຍໃນປະເທດໃຫ້ຫຼາຍກວ່າ.


top