ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ວິສາຫະກິດໝັ້ນຄົງເຂັ້ມແຂງປະເທດຈຶ່ງເຂັ້ມແຂງແຮງກ້າແລະວັດທະນາຖາວອນ

ໜ້າທີ່ກວມລວມ, ສຳຄັນທີ່ສຸດຂອງ VCCI ແມ່ນປະຕິບັດວຽກງານເຕົ້າໂຮມ, ຮ່ວມສຳພັນ, ເສີມຂະຫຍາຍກຳລັງແຮງສັງລວມ, ຈິດໃຈສາມັກຄີຂອງປະຊາຄົມວິສາຫະກິດ ຫວຽດນາມ ໃຫ້ເປັນຢ່າງດີ ເພື່ອປະກອບສ່ວນແກ້ໄຂບັນດາບັນຫາໃຫຍ່ທີ່ພວມວາງອອກໃຫ້ແກ່ປະເທດຊາດ.
ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TTXVN)

ວັນທີ 31 ທັນວາ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຄັ້ງທີ VII, ອາຍຸການ 2021 – 2026, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເນັ້ນໜັກວ່າ, ໜ້າທີ່ກວມລວມ, ສຳຄັນທີ່ສຸດຂອງ VCCI ແມ່ນປະຕິບັດວຽກງານເຕົ້າໂຮມ, ຮ່ວມສຳພັນ, ເສີມຂະຫຍາຍກຳລັງແຮງສັງລວມ, ຈິດໃຈສາມັກຄີຂອງປະຊາຄົມວິສາຫະກິດ ຫວຽດນາມ ໃຫ້ເປັນຢ່າງດີ ເພື່ອປະກອບສ່ວນແກ້ໄຂບັນດາບັນຫາໃຫຍ່ທີ່ພວມວາງອອກໃຫ້ແກ່ປະເທດຊາດ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ຮັບປະກັນສິດ, ຜົນປະໂຫຍດອັນຊອບທຳ, ຖືກຕາມກົດໝາຍຂອງວິສາຫະກິດແຕ່ລະແຫ່ງ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

        “ກໍ່ສ້າງ, ປັບປຸງ VCCI ຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ກາຍເປັນອົງການເຕົ້າໂຮມແຫ່ງຊາດຢ່າງແທ້ຈິງ ແລະ ຕາງໜ້າໃຫ້ແກ່ປະຊາຄົມວິສາຫະກິດ, ນັກທຸລະກິດ, ຜູ້ນຳໃຊ້ແຮງງານ ແລະ ສະຫະສະມາຄົມວິສາຫະກິດ ຫວຽດນາມ. VCCI ບໍ່ພຽງແຕ່ຕາງໜ້າໃຫ້ເກືອບ 200.000 ວິສາຫະກິດສະມາຊິກເທົ່ານັ້ນ. ຕ້ອງສ້າງທີ່ຕັ້ງ ແລະ ຢືນຢັນອິດທິພົນຊື່ສຽງໃຫ້ສົມເປັນອົງການເຕົ້າໂຮມແຫ່ງຊາດ ແລະ ຕາງໜ້າໃຫ້ທັງປະຊາຄົມວິສາຫະກິດ ຫວຽດນາມ”.

(ແຫຼ່ງຄັດຈາກ VOV)


top