ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງມີການກະທຳຢ່າງແທດຈິງ, ບໍ່ເປັນຮູບແບບ, ບໍ່ຫຼີກລ່ຽງໜ້າທີ່ຄວາມຮັບຜິດຊອບ, ເປົ້າໝາຍແມ່ນເດັດດຽວຕໍ່ສູ້ກັບໄພຂຸດຄົ້ນ IUU
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງແກ້ໄຂ “ບັດເຫຼືອງ” IUU)
ຕ້ອງຈັດການກວດກາຈຸດສຸມຕ້ານການຂຸດຄົ້ນ IUU, ສຸມໃສ່ກວາດລ້າງກຳປັ່ນ “3 ບໍ່”: ບໍ່ຈົດທະບຽນ, ບໍ່ກວດເຕັກນິກ, ບໍ່ມີໜັງສືອະນຸຍາດຂຸດຄົ້ນ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ກອງປະຊຸມຄັ້ງທີ 20 ວາລະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ເຊື່ອມຕໍ່ທາງໄກກັບ 21 ແຂວງ, ນະຄອນເຂດແຄມທະເລ, ຈັດຂຶ້ນໃນຕອນບ່າຍວັນທີ 04 ພະຈິກ, ຢູ່ສຳນັກງານລັດຖະບານ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງມີການກະທຳຢ່າງແທດຈິງ, ບໍ່ເປັນຮູບແບບ, ບໍ່ຫຼີກລ່ຽງໜ້າທີ່ຄວາມຮັບຜິດຊອບ, ເປົ້າໝາຍແມ່ນເດັດດຽວຕໍ່ສູ້ກັບໄພຂຸດຄົ້ນ IUU, ແກ້ໄຂ “ບັດເຫຼືອງ” IUU ເພື່ອການພັດທະນາອາຊີບການປະມົງແບບຍືນຍົງ.
“ຖ້າຫາກວ່າກຳປັ່ນລຳໃດຂາດສັນຍານຕ້ອງດຳເນີນການລາດຕະເວນ. ຖ້າຫາກລະບົບຕິດຕາມການເດີນທາງ VMS ແມ່ນໄປອ້ອມບ່ອນໜຶ່ງ, ບໍ່ເຮັດຫຍັງແມ່ນຮູ້ເລີຍ. ຕ້ອງເຮັດໃຫ້ໄດ້. ເດັດດຽວຟ້ອງສານ, ພິພາກສາບັນດາກໍລະນີລະເມີດ, ບໍ່ຜ່ອນສັ້ນຜ່ອນຍາວ”.
ທ່ານນາຍົກລັດຖະມົນຕີມອບໃຫ້ກະຊວງປ້ອງກັນປະເທດ ເພີ່ມທະວີການຄວບຄຸມເຂດທະເລຫ່າງໄກ, ໂດຍສະເພາະແມ່ນເຂດຕິດຈອດຊາຍແດນ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສ້າງແຜນການ, ວິທີການເຮັດວຽກດ້ານເຕັກນິກກັບຄະນະປະຕິບັດງານຂອງຄະນະກຳມະການເອີລົບ (ອີຊີ). ກະຊວງຕຳຫຼວດສ້າງ ໂປຼແກຼມ ຄຸ້ມຄອງກຳປັ່ນປາຫາ ແລະ ຊາວປະມົງເຂົ້າຮ່ວມການເຄື່ອນໄຫວໃນແອັບຢັ້ງຢືນສ່ວນຕົວ (VneID) ໃຫ້ສຳເລັດ, ນຳເຂົ້າໃຊ້ການກ່ອນວັນທີ 10 ພະຈິກ.