ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະສົນທະນາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin

ທີ່ການພົບປະສົນທະນາ, 2 ຝ່າຍໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດເພື່ອດຳເນີນທຸລະກິດ ແລະ ລົງທຶນ.
  ທີ່ການພົບປະສົນທະນາ (ພາບ: Kremlin.ru)  

  ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ,  ວັນທີ 25 ມີນາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Vladimir Putin, ປະທານາທິບໍດີ ສະຫະພັນ ລັດເຊຍ, ຢູ່ຫວັງ Kremlin, ນະຄອນຫຼວງ ມົດສະກູ.

        ທີ່ການພົບປະສົນທະນາ, 2 ຝ່າຍໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ສົ່ງເສີມ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດເພື່ອດຳເນີນທຸລະກິດ ແລະ ລົງທຶນ. 2 ຝ່າຍສະໜັບສະໜູນບັນດາວິສາຫະກິດພະລັງງານ, ນ້ຳມັນອາຍແກັດຂອງ 2 ປະເທດເພີ່ມທະວີການຮ່ວມມື, ເປີດກວ້າງການລົງທຶນ ແລະ ການເຄື່ອນໄຫວໃນເຂດແຄວ້ນຂອງກັນ, ສອດຄ່ອງກັບກົດໝາຍສາກົນ. 2 ຝ່າຍຖືວ່າ ຕ້ອງເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຕັກນິກ ການທະຫານ, ຄວາມໝັ້ນຄົງ, ວິທະຍາສາດ - ເຕັກໂນໂລຊີ; ຍູ້ແຮງການພົບປະແລກປ່ຽນປະຊາຊົນ; ສ້າງເງື່ອນໄຂສະດວກໃນການໄປມາໃຫ້ແກ່ພົນລະເມືອງຂອງ 2 ປະເທດ, ຜ່ານນັ້ນກໍ່ຊຸກຍູ້ການທ່ອງທ່ຽວ.

        ການນຳ 2 ທ່ານກໍ່ໄດ້ສະຫງວນເວລາເພື່ອແບ່ງປັນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ສອງ 2 ຕ່າງກໍ່ມີຄວາມສົນໃຈ; ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄືສະຫະປະຊາຊາດ, ອາຊຽນ; ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.


top