ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ USAID ສືບຕໍ່ເພີ່ມທະວີການໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍຄົນພິການ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ USAID ສືບຕໍ່ເພີ່ມທະວີການໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍຄົນພິການ.

    

ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ພົບປະກັບທ່ານນາງ Samantha Power, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ (USAID). (ພາບ: TTXVN)

ວັນທີ 13 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະກັບທ່ານນາງ Samantha Power, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ (USAID). ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ USAID ສືບຕໍ່ເພີ່ມທະວີການໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສຸມໃສ່ແກ້ໄຂທາດພິດສີສົ້ນ/ດີໂອຊິນ, ໜູນຊ່ວຍຄົນພິການ; ເອົາໃຈໃສ່ໜູນຊ່ວຍ ຫວຽດນາມ ໃນຂົງເຂດສາທາລະນະສຸກ, ວັດທະນະທຳ, ພິເສດແມ່ນເຂດຫ່າງໄກຊອກຫຼີກ…

ສ່ວນທ່ານນາງ Samantha Power ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ USAID ໄດ້ວາງຈຸດສຸມໜູນຊ່ວຍ ຫວຽດນາມ ລ້າງພິດດີໂອຊິນ ແລະ ການມ້າງທຳລາຍລະເບີດບໍ່ທັນແຕກຫລັງສົງຄາມ, ປົກປັກຮັກສາສິ່ງແວດລ້ອມທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນປ່ຽນດ້ານພະລັງງານ.

ກໍ່ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ແລະ ສະມາຊິກຄະນະຜູ້ແທນຂັ້ນສູງໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 2 ສະບັບລະຫວ່າງ USAID ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top