ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບນາຍົກລັດຖະມົນຕີ ລາວ ແລະ ການນຳ ອາຊຽນ ຈຳນວນໜຶ່ງ

ທີ່ການພົບປະ, ນາຍົກລັດຖະມົນຕີທັງ 2 ທ່ານໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາແບບຍືນຍົງຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພົບປະກັນທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ (ພາບ: VGP)  

 ຕອນບ່າຍວັນທີ 13 ພຶດສະພາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະກັນທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ທີ່ການພົບປະ, ນາຍົກລັດຖະມົນຕີທັງ 2 ທ່ານໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາແບບຍືນຍົງຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. ໃນໄຕມາດທີ 1 ປີ 2022, ວົງເງິນການຄ້າ 2 ສົ້ນບັນລຸ 403,6 ລ້ານ USD, ເພີ່ມຂຶ້ນ 19,22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ການຮ່ວມມືໃນຂົງເຂດການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ ບຳລຸງສ້າງ, ຄົມມະນາຄົມຂົນສົ່ງ, ພະລັງງານ… ສືບຕໍ່ໄດ້ຮັບການຊຸກຍູ້. ນາຍົກລັດຖະມົນຕີທັງ 2 ທ່ານກໍ່ເຫັນດີຈະສືບຕໍ່ສົມທົບກັນປະຕິບັດບັນດາຂໍ້ຕົກລົງລະຫວ່າງ 2 ພັກ, 2 ລັດ ຢ່າງມີປະສິດທິຜົນ; ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງເປັນປະຈຳ; ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ; ສົມທົບກັນຜັນຂະຫຍາຍການເຄື່ອນໄຫວຕ່າງໆນອນໃນຂອບເຂດ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ໃຫ້ເປັນຢ່າງດີ ເພື່ອຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977).

ໃນວັນດຽວກັນ, ຢູ່ນອກການເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ພົບປະກັບປະທານາທິບໍດີ ຟີລິບປິນ, ນາຍົກລັດຖະມົນຕີ ມາເລເຊຍ, ໄທ ເພື່ອຊຸກຍູ້ບັນດາເນື້ອໃນຮ່ວມມື 2 ຝ່າຍສຳຄັນກັບແຕ່ລະປະເທດ, ກໍຄືແລກປ່ຽນກ່ຽວກັບບາງບັນຫາຢູ່ພາກພື້ນ ແລະ ສາກົນທີ່ພ້ອມກັນມີຄວາມສົນໃຈ.


top