ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະ 2 ຝ່າຍຢູ່ນອກກອງປະຊຸມສຸດຍອດ ອາຊຽນ

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປະຣາຢຸດ ຈັນໂອຊາ, ການນຳ 2 ທ່ານໄດ້ເຫັນດີວ່າ ຕ້ອງມານະພະຍາຍາມຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປະຣາຢຸດ ຈັນໂອຊາ (ພາບ: TTXVN)  

ວັນທີ 11 ພະຈິກ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຢູ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະກັບການນຳ ອາຊຽນ ບາງທ່ານ.

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປະຣາຢຸດ ຈັນໂອຊາ, ການນຳ 2 ທ່ານໄດ້ເຫັນດີວ່າ ຕ້ອງມານະພະຍາຍາມຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ; ເພີ່ມທະວີການຮ່ວມມືໃນບາງຂົງເຂດຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ; ສະໜັບສະໜູນເຊິ່ງກັນ ແລະ ກັນໃນວິວັດການຮ່ວມມື, ສ້າງເຂດອະນຸພາກພື້ນແມ່ນ້ຳຂອງແຫ່ງການເຊື່ອມຕໍ່, ສະຖຽນລະພາບ, ສັນຕິພາບ ແລະ ພັດທະນາແບບຍືນຍົງ; ເພີ່ມທະວີການແລກປ່ຽນ, ທາບທາມຄວາມເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ການພົບປະກັບປະທານສະພາຕ່ຳ ມາເລເຊຍ Tan Sri Azhar Azizan Harun, ການນຳ 2 ທ່ານໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ,  ຊຸກຍູ້ການພັດທະນາການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ, ຮັບປະກັນແຫຼ່ງສະໜອງ, ຊຸກຍູ້ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ສະບຽງອາຫານຂອງ ຫວຽດນາມ ເຂົ້າຕະຫຼາດ ມາເລເຊຍ.

ທີ່ການຕ້ອນຮັບທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານບໍລິຫານເວທີປາໄສເສດຖະກິດໂລກ (WEF), ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ WEF ເພີ່ມທະວີການໃຫ້ຄຳປຶກສາແກ່ ຫວຽດນາມ ກ່ຽວກັບການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບເລື່ອງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ນະໂຍບາຍຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ ໃນສະພາບການໂລກມີການຜັນແປສັບສົນຫຼາຍຢ່າງ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ກັບບັນດາປະເທດຄູ່ຮ່ວມມືຄື: ຈີນ, ສ.ເກົາຫຼີ ແລະ ສະຫະປະຊາຊາດ.


top