ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບປະທານກຸ່ມບໍລິສັດ Adidas

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຫັນດີຕໍ່ແຜນການເປີດກວ້າງການຜະລິດ, ດຳເນີນທຸລະກິດຂອງ Adidas, ກໍຄືເຂົ້າຮ່ວມການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນທັກສະອາຊີບໃຫ້ແກ່ຜູ້ອອກແຮງງານ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຫັນດີຕໍ່ແຜນການເປີດກວ້າງການຜະລິດ, ດຳເນີນທຸລະກິດຂອງ Adidas, ກໍຄືເຂົ້າຮ່ວມການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນທັກສະອາຊີບໃຫ້ແກ່ຜູ້ອອກແຮງງານ ຫວຽດນາມ.

    

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານ Kasper Rorsted, ປະທານກຸ່ມບໍລິສັດ Adidas

(ພາບ: TTXVN)

ຕອນບ່າຍວັນທີ 31 ກຸມພາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Kasper Rorsted, ປະທານກຸ່ມບໍລິສັດ Adidas (ສ.ເຢຍລະມັນ), ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ, ສ.ເຢຍລະມັນ ແມ່ນຕະຫຼາດໃຫຍ່ທີ່ສຸດຂອງ ຫວຽດນາມ ຢູ່ ເອີລົບ, ເຊິ່ງແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 7 ໃນໂລກຂອງ ຫວຽດນາມ, ແມ່ນປະຕູສຳຄັນຂອງສິນຄ້າ ຫວຽດນາມ ສົ່ງອອກໄປຍັງບັນດາຕະຫຼາດອື່ນຂອງ ເອີລົບ. ຫວຽດນາມ ກໍ່ແມ່ນຄູ່ຄ້າລາຍໃຫຍ່ທີ່ສຸດຂອງ ເຢຍລະມັນ ຢູ່ ອາຊີຕາເວັນອອກສ່ຽງໃຕ້.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຫັນດີຕໍ່ແຜນການເປີດກວ້າງການຜະລິດ, ດຳເນີນທຸລະກິດຂອງ Adidas, ກໍຄືເຂົ້າຮ່ວມການບຳລຸງສ້າງແຫຼ່ງຊັບພະຍາກ່ອນມະນຸດ, ໂດຍສະເພາະແມ່ນທັກສະອາຊີບໃຫ້ແກ່ຜູ້ອອກແຮງງານ ຫວຽດນາມ. ພ້ອມທັງໃຫ້ຄຳປຶກສາ, ສະເໜີນະໂຍບາຍໃຫ້ແກ່ລັດຖະບານ ຫວຽດນາມ ໃນວິວັດການພັດທະນາເສດຖະກິດດີຈີຕອນ, ການເຕີບໂຕສີຂຽວ ແລະ ປະຕິບັດຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ.

ສ່ວນທ່ານ Kasper Rorsted, ປະທານກຸ່ມບໍລິສັດ Adidas ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ Adidas ຈະສືບຕໍ່ເປີດກວ້າງການຜະລິດ, ດຳເນີນທຸລະກິດ ແລະ ທ່ານເອງຈະມານະພະຍາຍາມປະຕິບັດ ແລະ ຂົນຂວາຍຝ່າຍທີ່ກ່ຽວຂ້ອງ ປະຕິບັດບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ.

(ແຫຼ່ງຄັດຈາກ VOV)


top