ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງຄວາມຮຽກຮ້ອງຕ້ອງຍົກສູງລັກສະນະຄາດຄະເນ, ແຈ້ງເຕືອນ ແລະ ຮັບມືກັບບັນດາຄວາມສ່ຽງ ນາບຂູ່ຄວາມໝັ້ນຄົງແບບໃໝ່.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)
“ຕ້ອງຍົກສູງລັກສະນະຄາດຄະເນ, ແຈ້ງເຕືອນ ແລະ ຮັບມືກັບບັນດາຄວາມສ່ຽງ ນາບຂູ່ຄວາມໝັ້ນຄົງແບບໃໝ່”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ກອງປະຊຸມທົ່ວປະເທດຜັນຂະຫຍາຍມະຕິເລກທີ 147 ຂອງລັດຖະບານ ປະກາດໃຊ້ຍຸດທະສາດສັງລວມແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນ, ຮັບມືກັບບັນດາຄວາມສ່ຽງນາບຂູ່ຄວາມໝັ້ນຄົງແບບໃໝ່ຮອດປີ 2030, ວິໄສທັດຮອດປີ 2045, ໂດຍກະຊວງຕຳຫຼວດ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 18 ກັນຍາ, ຢູ່ ຮ່າໂນ້ຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງຄວາມຮຽກຮ້ອງຕ້ອງຍົກສູງລັກສະນະຄາດຄະເນ, ແຈ້ງເຕືອນ ແລະ ຮັບມືກັບບັນດາຄວາມສ່ຽງ ນາບຂູ່ຄວາມໝັ້ນຄົງແບບໃໝ່; ເປົ້າໝາຍແມ່ນສະກັດກັ້ນ, ຍູ້ຖອຍ, ບໍ່ປະໃຫ້ເກີດເຫດການ; ຖ້າຫາກເກີດເຫດການຕ້ອງແກ້ໄຂຢ່າງວ່ອງໄວ, ທັນການ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີຖືວ່າ ຕ້ອງມີມາດຕະການສັງລວມ, ຮອບດ້ານ, ມີວິທະຍາສາດ, ຖືປະຊາຊົນແມ່ນເປົ້າໝາຍໄດ້ຮັບການປົກປ້ອງ, ພ້ອມກັນນັ້ນ ປະຊາຊົນກໍ່ແມ່ນເຈົ້າຂອງເຂົ້າຮ່ວມວິວັດການປ້ອງກັນ, ສະກັດກັ້ນ, ຮັບມືກັບບັນດາຄວາມສ່ຽງນາບຂູ່ຄວາມໝັ້ນຄົງແບບໃໝ່. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ສືບຕໍ່ສ້າງລະບອບລະບຽບການ, ກົດໝາຍທີ່ກ່ຽວຂ້ອງເຖິງການປ້ອງກັນ, ສະກັດກັ້ນ, ຮັບມືກັບບັນດາຄວາມສ່ຽງ ນາບຂູ່ຄວາມໝັ້ນຄົງແບບໃໝ່ໃຫ້ສົມບູນແບບ.