ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ການປະຕິບັດຍຸດທະສາດວັກຊິນຕ້ອງຮີບເຮັ່ງກວ່າອີກ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ ແລະ ວິສາຫະກິດບາງແຫ່ງ, ຫົວໜ່ວຍຜະລິດອຸປະກອນການແພດ, ຄົ້ນຄວ້າ ແລະ ພັດທະນາວັກຊິນຮັບໃຊ້ໜ້າທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບວິສາຫະກິດບາງແຫ່ງ
(ພາບ: VGP)
      ຕອນບ່າຍວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບໍລິສັດ Medicon, ວິສາຫະກິດບາງແຫ່ງ, ຫົວໜ່ວຍຜະລິດອຸປະກອນການແພດ, ຄົ້ນຄວ້າ ແລະ ພັດທະນາວັກຊິນຮັບໃຊ້ໜ້າທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທີ່ບັນດາການເຮັດວຽກ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແມ່ນໜ້າທີ່ສຳຄັນທີ່ສຸດໃນປະຈຸບັນ, ສະນັ້ນ, ຕ້ອງມີຄວາມໄວ ແລະ ຮີບດ່ວນໃນເລື່ອງຊື້, ຄົ້ນຄວ້າຜະລິດວັກຊິນ ແລະ ຜັນຂະຫຍາຍການສັກວັກຊິນຢ່າງມີປະສິດທິຜົນ, ປອດໄພ.
        ເມື່ອໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Medicon, ກວດກາຕ່ອງໂສ້ການອອກແບບ ແລະ ການຜະລິດທົດລອງການກວດວິເຄາະໄວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃສ່ໃຈວ່າ, ວິສາຫະກິດຕ້ອງມີກຳໄລ, ແຕ່ລາຄາຕ້ອງແກ່ງແຍ້ງເພື່ອໃຫ້ປະຊາຊົນໄດ້ຊົມໃຊ້, ຮັບປະກັນຜົນປະໂຫຍດລະຫວ່າງປະຊາຊົນ, ວິສາຫະກິດ ແລະ ລັດໃຫ້ກົມກຽວກັນ.
        ຢູ່ບໍລິສັດ VABIOTEC, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ບໍລິສັດສືບຕໍ່ເຈລະຈາເພື່ອຮັບເອົາການຖ່າຍທອດເຕັກໂນໂລຊີຜະລິດວັກຊິນ Sputnik 5 ຢູ່ຫວຽດນາມ.
        ເມື່ອເຮັດວຽກຢູ່ສະຖາບັນອະນາໄມລະບາດວິທະຍາສູນກາງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ບັນດາກະຊວງ, ຂະແໜງການ ຄວນປະຕິບັດການຜະລິດວັກຊິນຢູ່ພາຍໃນປະເທດໄດ້ຍິ່ງໄວກໍ່ຍິ່ງດີ ແລະ ຊ້າສຸດແມ່ນເດືອນ ມິຖຸນາ 2022.
“ສະເໜີມອບໃຫ້ກະຊວງສາທາລະນະສຸກ, ເຮັດລະບຽບການກະທັດລັດ, ສ້າງລະບອບກົນໄກນະໂຍບາຍ, ຖ່າຍທອດໃຫ້ສົມບູນແບບ. ສະຫງວນແຫຼ່ງກຳລັງແຫ່ງລັດໃນເງື່ອນໄຂທີ່ອະນຸຍາດ ເພື່ອເປັນແຫຼ່ງທຶນໃຫ້ແກ່ການຮ່ວມມືພາກລັດ-ເອກະຊົນ, ລະດົມທຸກແຫຼ່ງກຳລັງຮ່ວມມືອື່ນໆ ໃນນັ້ນມີກອງທຶນວັກຊິນ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ສຸມໃສ່ການຄົ້ນຄວ້າບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສືບທອດບົດຮຽນທີ່ມີຢູ່ແລ້ວ. ກ່ຽວກັບບັ້ນສັກວັກຊິນກັນໂຄວິດ-19, ກະຊວງສາທາລະນະສຸກເປັນເຈົ້າການສ້າງລາຍການ, ລາຄາ, ມີຂໍ້ກຳນົດປະກາດໃຊ້ໃນປະຈຸບັນ ແຕ່ບົນຈິດໃຈເຄົາລົບກົນໄກການຕະຫຼາດ”.
(ແຫຼ່ງຄັດຈາກ VOV)


top