ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສິ້ນສຸດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ເລີ່ມຕົ້ນການຢ້ຽມຢາມ ບຣູໄນ ຢ່າງເປັນທາງການ

ມາເຖິງ ບຣູໄນ, ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ພັນລະຍາ ຢ່າງເປັນທາງການ ໄດ້ດຳເນີນທັນທີຢູ່ສະໜາມບິນ ພາຍໃຕ້ການເປັນປະທານຂອງ ອົງມຸງກຸດລາຊາສືບທອດບັນລັງ ບຣູໄນ Al – Muhtadee Billah.
  ທ່ານຟ້າມມິງຈີງ ໄດ້ຕ້ອນຮັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສິງກະໂປ Lawrence Wong  

ຕອນບ່າຍວັນທີ 10 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງຫວຽດນາມ ໄດ້ອອກຈາກ ສິງກະໂປ, ສີ້ນສຸດການຢ້ຽມຢາມຢ່າງເປັນທາງການ, ເລີ່ມຕົ້ນການຢ້ຽມຢາມ ບຣູໄນ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງ ກະສັດ Darussalam Sultan Haji Hassanal Bolkiah.

ມາເຖິງ ບຣູໄນ, ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ພັນລະຍາ ຢ່າງເປັນທາງການ ໄດ້ດຳເນີນທັນທີຢູ່ສະໜາມບິນ ພາຍໃຕ້ການເປັນປະທານຂອງ ອົງມຸງກຸດລາຊາສືບທອດບັນລັງ ບຣູໄນ Al – Muhtadee Billah ແລະ ພັນລະຍາ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ລັດຖະກອນ ສະຖານທູດ ແລະ ປະຊາຄົມ ຊາວຫວຽດນາມ ອາໃສຢູ່ບຣູໄນ.

ກ່ອນໜ້າຈະສິ້ນສຸດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ; ຕອນເຊົ້າວັນທີ 10 ກຸມພາ, ທ່ານຟ້າມມິງຈີງ ໄດ້ຕ້ອນຮັບ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສິງກະໂປ Lawrence Wong. ທ່ານຟ້າມມິງຈີງ ປາດຖະໜາວ່າຍາມໃດ ທ່ານ Lawrence Wong ຈະໜູນຊ່ວຍ ແລະ ຊຸກຍູ້ການຮ່ວມມື ຫວຽດນາມ - ສິງກະໂປ ໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຈົນຮອດດ້ານເສດຖະກິດ, ການຄ້າ, ການລົງທຶນ, ພົບປະກັບແລກປ່ຽນປະຊາຊົນ.

 


top