ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ຕອນເຊົ້າວັນທີ 11 ມັງກອນ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ອອກຈາກນະຄອນຫຼວງ ຮ່າໂນ້ຍ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 45 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 11 ຫາ 12 ມັງກອນ 2023 ຕາມຄຳເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ. ນີ້ແມ່ນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢູ່ ສປປ ລາວ; ນີ້ກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ໃນປີ 2023. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແມ່ນການນຳຕ່າງປະເທດຜູ້ທຳອິດທີ່ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ຕ້ອນຮັບ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ອອກຈາກນະຄອນຫຼວງ ຮ່າໂນ້ຍ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ພາບ: ເຢືອງຢາງ/VNA  

ນີ້ແມ່ນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢູ່ ສປປ ລາວ; ນີ້ກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ໃນປີ 2023. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ແມ່ນການນຳຕ່າງປະເທດຜູ້ທຳອິດທີ່ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ຕ້ອນຮັບ.

 


top