ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພົບປະກັບປະທານສະພາແຫ່ງຊາດ ລາວ

ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 11 ມັງກອນ 2023, ຢູ່ຫໍສະພາແຫ່ງຊາດ ລາວ, ທີ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ. ພາບ: ເຢືອງຢາງ/VNA  

ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ຕ້ອນຮັບ ແລະ ຕີລາຄາສູງການຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດໃນຖານະເປັນຜູ້ນຳລັດຖະບານ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ; ສະແດງໃຫ້ເຫັນຄວາມຖືສຳຄັນຂອງພັກ ແລະ ລັດ ຫວຽດນາມ ໃນການພົວພັນແບບພິເສດ ຫວຽດນາມ - ລາວ.

ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ແລະ ຮອບດ້ານທີ່ປະຊາຊົນ ຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ, ພິເສດແມ່ນການຕອບສະໜອງການແຜ່ລະບາດຂອງພະຍາດໂຄວິດ-19, ຟື້ນຟູເສດຖະກິດ - ສັງຄົມ; ພ້ອມກັນນັ້ນ ກໍ່ໄດ້ສົ່ງຄຳອວຍພອນເຖິງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ແລະ ສຳຄັນທີ່ພັກ, ລັດ ແລ ະປະຊາຊົນ ລາວ ຍາດໄດ້ໃນການສ້າງສາ ແລະ ພັດທະນາປະເທດຊາດ; ເຊື່ອໝັ້ນວ່າ, ປະເທດ ລາວ ຈະຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 ໄລຍະ 2021-2025 ເປັນຢ່າງດີ; ພ້ອມກັນນັ້ນ ກໍ່ອວຍພອນໃຫ້ ສປປ ລາວ ໄດ້ຈັດຕັ້ງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງສຳເລັດຜົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກໍ່ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ລາວ ໃນເດືອນ ທັນວາ 2021; ຊ່ວຍເຫຼືອຮັດແໜ້ນການພົວພັນຮ່ວມມືອັນດີງາມລະຫວ່າງສະພາແຫ່ງຊາດຂອງສອງປະເທດ; ປະກອບສ່ວນເຂົ້າໃນຜົນສຳເລັດຂອງປີສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022.


top