ເນື່ອງໃນໂອກາດປີໃໝ່ 2026, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ໃຫ້ສຳພາດ ຕໍ່ສຳນັກຂ່າວສານຫວຽດນາມ (VNA) ກ່ຽວກັບຜົນ ສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ປີ 2025, ວາລະປີ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ. ພາບ: VNA
ເນື່ອງໃນໂອກາດປີໃໝ່ 2026, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ໃຫ້ສຳພາດ ຕໍ່ສຳນັກຂ່າວສານຫວຽດນາມ (VNA) ກ່ຽວກັບຜົນ ສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ປີ 2025, ວາລະປີ 2021-2025 ແລະ ໜ້າທີ່ປີ 2026-ເຊິ່ງເປັນປີທຳອິດ ແຫ່ງການປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກ. ວາລະສານ ຂ່າວພາບຫວຽດນາມ ຂໍເປັນກຽດນຳສະເໜີເນື້ອໃນບົດສຳພາດ ດັ່ງກ່າວ:
* ນັກຂ່າວ: ຮຽນ ທ່ານນາຍົກລັດຖະມົນຕີ, ໃນອາຍຸການ 5 ປີ ຜ່ານມາ ແລະ ປີ 2025, ສະພາບການພາຍໃນ ແລະ ໂລກ ປະສົບກັບ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ບໍ່ເຄີຍມີມາກ່ອນ, ແຕ່ພາຍໃຕ້ ການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດ ຂອງ ລັດຖະບານ, ນາຍົກລັດຖະ ມົນຕີ, ພວກເຮົາໄດ້ຜ່ານຜ່າ “ບັນດາອຸປະສັກ ຕ່າງໆ”, ຍາດໄດ້ຜົນ ງານສຳຄັນຫຼາຍດ້ານ ໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີຄວາມສາມາດບົ່ມຊ້ອນ ແລະ ຖານະບົດບາດ ຂອງ ປະເທດຊາດ. ຂໍທ່ານນາຍົກລັດຖະມົນຕີແບ່ງປັນ ກ່ຽວກັບ ບັນດາຜົນງານພົ້ນເດັ່ນ ທີ່ຍາດມາໄດ້?
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ: ນັບຕັ້ງແຕ່ເລີ່ມຕົ້ນອາຍຸການມາຮອດປັດຈຸບັນ, ສະພາບການໂລກ ໄດ້ມີການຜັນແປຢ່າງໄວວາ, ສັບສົນ, ຄາດເດົາໄດ້ຍາກ, ມີຫຼາຍບັນຫາໃໝ່ໆ, ບໍ່ເຄີຍມີມາກ່ອນ ແລະ ເໜືອການຄາດການ, ພິເສດແມ່ນມະຫາພະຍາດ ໂຄວິດ-19 ແລະ ຜົນກະທົບຢ່າງໜັກໜ່ວງ ທີ່ແກ່ຍາວ, ການແກ່ງແຍ້ງຍຸດທະສາດ ລະຫວ່າງບັນດາປະເທດໃຫຍ່, ຄວາມຂັດແຍ້ງ, ຄວາມບໍ່ສະຫງົບ ທາງດ້ານການເມືອງ ໃນຫຼາຍພື້ນທີ່, ບັນດາປັດໄຈ ຄວາມປອດໄພ ທີ່ບໍ່ແມ່ນແບບດັ້ງເດີມ, ໄພທຳມະຊາດ ແລະ ການປ່ຽນແປງ ຂອງ ດິນຟ້າອາກາດ ໄດ້ສົ່ງຜົນກະທົບ ນັບມື້ນັບໜັກໜ່ວງ. ທ່າອ່ຽງ ການເຕີບໂຕຫຼຸດລົງ, ເງິນເຟີ້ສູງຂຶ້ນ, ໜີ້ສາທາລະນະ ຂອງປະເທດ ສ່ວນຫຼາຍລື່ນກາຍລະດັບຄວາມປອດໄພ. ຢູ່ພາຍໃນປະເທດ, ພວກເຮົາຕ້ອງຮັບ “ຜົນກະທົບສອງດ້ານ” ຈາກບັນດາປັດໄຈຫຍໍ້ທໍ້ ພາຍນອກ ແລະ ທັງຕ້ອງແກ້ໄຂບັນດາຂໍ້ຈຳກັດ, ຂໍ້ຄົງຄ້າງ ພາຍໃນ ທີ່ແກ່ຍາວມາຫຼາຍປີ; ເວົ້າລວມແລ້ວ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ມີຫຼາຍກວ່າ ກາລະໂອກາດ ແລະ ຄວາມສະດວກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຊີ້ນຳ ວຽກງານກູ້ໄພ, ກູ້ຊີບ ແລະ ແກ້ໄຂຜົນຮ້າຍຈາກໄພນ້ຳຖ້ວມ ເປັນວົງກວ້າງ ຢູ່ແຂວງ ຖ໋າຍງວຽນ. ພາບ: VNA
ໃນສະພາບການດັ່ງກ່າວ, ພາຍໃຕ້ການນຳພາຂອງພັກ, ລັດຖະບານ ແລະ ນາຍົກລັດຖະມົນຕີ ໄດ້ສຸມໃສ່ນຳພາ, ຊີ້ນຳ, ບໍລິຫານ ດ້ວຍທິດນຳ “ເປັນເຈົ້າການ, ຍືດຍຸ່ນ, ສ້າງສັນ, ຂ້ຽວຂາດ, ມີປະສິດທິຜົນ”, ດ້ວຍຈິດໃຈ “ປຶກສາເພື່ອເຮັດ, ບໍ່ປຶກສາເພື່ອຖອຍ”, ສ້າງບາດ ກ້າວບຸກທະລຸ ກ່ຽວກັບລະບອບລະບຽບການ, ກົນໄກ, ນະໂຍບາຍ ທີ່ມີລັກສະນະ “ພິກສະຖານະການ, “ປ່ຽນແປງສະຖານະ”. ພວກເຮົາໄດ້ປັບຕົວຢ່າງໄວ, ແກ້ໄຂ ຜົນຢ້ອນຫຼັງ ຈາກການແຜ່ລະບາດ ຂອງ ເຊື້ອພະຍາດໂຄວິດ-19, “ໄປຕາມຫຼັງ ແຕ່ຮອດກ່ອນ”, ເປັນໜຶ່ງໃນ 5 ປະເທດທີ່ມີອັດຕາ ການສັກ ວັກຊີນ ສູງສຸດໃນໂລກ, ອັດ ຕາການເສຍຊີວິດ 0,37% ທຽບໃສ່ຍອດຜູ້ຕິດເຊື້ອ, ຕ່ຳກວ່າຫຼາຍ ເມື່ອທຽບໃສ່ ສະເລ່ຍ ຂອງໂລກ ແມ່ນ 1%, ເປັນພື້ນຖານ ໃຫ້ແກ່ການຫັນປ່ຽນ ສະຖານະໂດຍໄວ ຈາກ “Zero COVID” (ໂຄວິດເປັນສູນ) ໄປສູ່ “ການປັບຕົວຢ່າງປອດໄພ, ຍືດຍຸ່ນ ກັບ ໂຄວິດ”, ສ້າງແຜນຟື້ນຟູ ແລະ ຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ. ຍູ້ແຮງ ການປັບປຸງ ລະບອບລະບຽບການ ໃຫ້ສົມບູນແບບ, ສຸມໃສ່ແກ້ໄຂ ຄວາມຫຍຸ້ງຍາກ ໃຫ້ແກ່ການຜະລິດ-ທຸລະກິດ, ເປີດກວ້າງ, ລະດົມ ແລະ ນຳໃຊ້ທຸກແຫຼ່ງພະລັງ ຢ່າງມີປະສິດທິຜົນ, ສ້າງບາດ ກ້າວ ບຸກທະລຸ ໃນການພັດທະນາຂົງເຂດ ຕ່າງໆ. ບຸລິມະສິດ ຊຸກຍູ້ ການເຕີບໂຕ ຕິດພັນກັບການຮັກສາ ສະຖຽນລະພາບ ເສດຖະກິດ ມະຫາພາກ, ຄວບຄຸມເງິນເຟີ້, ຮັບປະກັນ ຄວາມສົມດຸນ ຂອງ ພື້ນ ຖານເສດຖະກິດ. ເອົາໃຈໃສ່ ພັດທະນາ ຂົງເຂດວັດທະນະທຳ, ສັງ ຄົມ, ສິ່ງແວດລ້ອມ; ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ; ຮັກສາສະພາບແວດລ້ອມ ສັນ ຕິພາບ, ສະຖຽນລະພາບ ແລະ ເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ ປະເທດຊາດ.
ວຽກງານກໍ່ສ້າງ, ປັບປຸງລະບອບລະບຽບການ ໃຫ້ສົມບູນແບບ ແລະ ການປະຕິວັດ ກ່ຽວກັບການຈັດສັນ, ກະທັດຮັດກົງຈັກ, ຈັດຕັ້ງ ອຳ ນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນຈຸດພົ້ນເດັ່ນ ໃນວຽກງານ ຊີ້ນຳ, ບໍລິຫານ ຂອງ ປີ 2025. ລັດຖະບານ ໄດ້ຊີ້ນຳ ການສ້າງ, ປະ ສານສົມທົບ ແລະ ເປັນເສນາທິການ ສະເໜີກົມການເມືອງ ປະກາດໃຊ້ 10 ມະຕິ ທີ່ມີລັກສະນະບຸກທະລຸ ໃນບັນດາຂົງເຂດ ທີ່ເປັນກຸນ ແຈ (ໃນນັ້ນໄດ້ປະກາດໃຊ້ແລ້ວ 07 ມະຕິ ແລະ ກຽມປະກາດໃຊ້ 03 ມະຕິ)[1], ພ້ອມກັນນັ້ນກໍ່ສະເໜີ ສະພາແຫ່ງຊາດ ປະກາດໃຊ້ບັນດາມະຕິ ເພື່ອຫັນມະຕິ ເຫຼົ່ານີ້ເປັນນິຕິກຳ. ສ້າງ ແລະ ສະເໜີສະພາແຫ່ງຊາດຮັບຮອງເອົາຈຳນວນກົດໝາຍ, ລັດຖະດຳລັດ, ມະ ຕິ ແລະ ປະກາດໃຊ້ດຳລັດຫຼາຍທີ່ສຸດ ໃນໜຶ່ງອາຍຸການ, ນັບແຕ່ກ່ອນມາຮອດປັດຈຸບັນ[2]. ພ້ອມດຽວກັນ, ກໍ່ສຸມໃສ່ ຜັນຂະຫຍາຍຢ່າງຂ້ຽວຂາດ, ມີປະສິດທິຜົນ ການປະຕິວັດ ກ່ຽວກັບການຈັດສັນ, ກະທັດຮັດກົງຈັກ ແລະ ຈັດຕັ້ງອຳນາດການປົກຄອງ ທ້ອງຖິ່ນ 2 ຂັ້ນ ຕິດພັນກັບການຍູ້ແຮງ ການແບ່ງຂັ້ນ ຄຸ້ມຄອງ, ແບ່ງຄວາມຮັບຜິດ ຊອບ. ຈຳນວນພະນັກງານ ໃນຂົງເຂດບໍລິຫານລັດ ຫຼຸດລົງ 145 ພັນຄົນ; ລາຍຈ່າຍປະຈຳ ຫຼຸດລົງ 39 ພັນຕື້ດົ່ງ/ປີ. ມາຮອດປັດຈຸບັນ, ການເຄື່ອນໄຫວ ຂອງ ອຳນາດການປົກຄອງ ທ້ອງຖິ່ນ 2 ຂັ້ນ ໂດຍ ພື້ນຖານ ໄດ້ເຂົ້າສູ່ ລະບຽບຮຽບຮ້ອຍ; ປ່ຽນສະຖານະຈາກການຄຸ້ມຄອງບໍລິຫານ ມາເປັນການຮັບໃຊ້ ປະຊາຊົນ ແລະ ສ້າງສັນການພັດທະນາ. ຍູ້ແຮງການກວດກາ, ຕັດຮອນລະບຽບການບໍລິ ຫານ, ເງື່ອນໄຂ ດຳເນີນທຸລະກິດ, ອຳນວຍຄວາມສະດວກທຸກຢ່າງ ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ[3].
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເປັນປະທານກອງປະຊຸມ ຄັ້ງທີ 11 ຂອງຄະນະຊີ້ນຳການຈັດສັນກົງຈັກໃຫ້ກະທັດຮັດ ຂອງລັດຖະບານ. ພາບ: VNA
ໃນສະພາບການທີ່ຫຍຸ້ງຍາກເຫົ່ຼານັ້ນ, ຍ້ອນຄວາມພະຍາຍາມ ຂອງ ທົ່ວລະບົບການເມືອງ, ປະຊາຊົນ ແລະ ປະຊາຄົມວິສາຫະກິດ ພາຍໃຕ້ການນຳພາຂອງພັກ, ສະພາບການເສດຖະກິດ-ສັງຄົມ ຂອງ ປະ ເທດເຮົາ ສືບຕໍ່ຫັນປ່ຽນຢ່າງຕັ້ງໜ້າ ດ້ວຍທ່າອ່ຽງ ເດືອນຫຼັງ ດີກວ່າ ເດືອນກ່ອນ, ປີຫຼັງ ດີກວ່າປີກ່ອນ, ອາຍຸການນີ້ ດີກວ່າ ອາຍຸການກ່ອນ ໃນເກືອບທຸກຂົງເຂດ; ບັນລຸ ແລະ ລື່ນກາຍ 15 ຄາດໝາຍຕົ້ນຕໍ ຂອງປີ 2025 ທັງໝົດ[4], ປະກອບສ່ວນ ປະຕິບັດ ສຳເລັດບັນດາເປົ້າໝາຍ, ໜ້າທີ່, ມາດຕະການ ຂອງ ທັງອາຍຸການ 2021-2025. ໃນນັ້ນ, ບາງຜົນງານ ທ່ີພົ້ນເດັ່ນ: ການເຕີບໂຕ GDP ປີ 2025 ບັນລຸ 8,02%, ຈັດຢູ່ໃນກຸ່ມບັນດາປະເທດ ທີ່ມີການເຕີບໂຕສູງ ຂອງ ພາກພື້ນ ແລະ ໂລກ[5], ໂດຍສະເພາະແມ່ນໃນຂະນະ ທີ່ພວກເຮົາ ຮັກສາໄດ້ສະຖຽນລະພາບ ເສດຖະກິດມະຫາພາກ, ຄວບ ຄຸມເງິນເຟີ້ ໃນລະດັບ 3,31%, ຮັບປະກັນຄວາມສົມດຸນ ຂອງ ເສດ ຖະກິດ; ການຂາດດຸນງົບປະມານ, ໜີ້ສາທາລະນະ, ໜີ້ລັດຖະບານ, ໜີ້ຕ່າງປະເທດ ຕ່ຳກວ່າຂອບເຂດກຳນົດຫຼາຍ[6]. ລາຍຮັບງົບ ປະ ມານແຫ່ງລັດ ບັນລຸສະຖິຕິໃໝ່, ຮອດວັນທີ 31 ທັນວາ 2025 ບັນລຸປະມານ 2,65 ລ້ານ ຕື້ດົ່ງ, ລື່ນແຜນການເຖິງ 34,74% ແລະ ເພີ່ມຂຶ້ນ 30,3% ທຽບໃສ່ໄລຍະ ດຽວກັນ ຂອງ ປີ 2024[7]. ຍອດທຶນ FDI ປີ 2025 ທີ່ດຶງດູດ ໄດ້ບັນລຸ 38,4 ຕື້ ໂດລາສະຫະລັດ, ທຶນຈົດທະບຽນບັນລຸ 27,62 ຕື້ ໂດລາສະຫະລັດ, ຫຼາຍທີ່ສຸດ ນັບແຕ່ມີທຶນ FDI ເປັນຕົ້ນມາ, ເຮັດໃຫ້ຍອດທຶນ FDI ທີ່ດຶງດູດໄດ້ ໃນທັງວາລະ ບັນລຸ 184,2 ຕື້ ໂດລາສະຫະລັດ, ຈັດຢູ່ໃນກຸ່ມ 15 ປະເທດ ພວມພັດທະນາ ທີ່ດຶງດູດ FDI ໃຫຍ່ທີ່ສຸດ ໃນໂລກ. ຂະໜາດການຄ້າສາກົນ ບັນລຸສະຖິຕິໃໝ່ ຫຼາຍກວ່າ 930 ຕື້ ໂດລາສະຫະລັດ ໃນປີ 2025 (ໃນນັ້ນ ການສົ່ງອອກກະສິກຳ ເປັນຄັ້ງທຳອິດ ທີ່ລື່ນກາຍ 70 ຕື້ ໂດລາສະຫະລັດ), ຈັດຢູ່ໃນກຸ່ມ 20 ປະເທດນໍາໜ້າຂອງໂລກ. ຂະໜາດ GDP ບັນລຸຫຼາຍກວ່າ 514 ຕື້ ໂດລາສະຫະລັດ. GDP ສະເລ່ຍ ຕໍ່ຫົວຄົນ ບັນລຸ 5.026 ໂດລາສະຫະລັດ, ເພີ່ມຂຶ້ນ 1,4 ເທົ່າ ເມື່ອທຽບໃສ່ປີ 2020, ນຳ ຫວຽດນາມ ເຂົ້າສູ່ກຸ່ມປະເທດ ທີ່ມີລາຍຮັບປານກາງ ສູງ. ປີ 2025 ມີ 297.500 ວິສາຫະກິດສ້າງຕັ້ງ ໃໝ່ ແລະ ກັບຄືນມາເຄື່ອນໄຫວ, ສູງກວ່າ 1,3 ເທົ່າ ຂອງຈໍານວນວິສາຫະກິດ ທີ່ຖອນຕົວອອກຈາກຕະຫຼາດ; ມາຮອດປັດຈຸບັນ ທົ່ວປະເທດມີ 1,02 ລ້ານວິສາຫະກິດ ພວມເຄື່ອນໄຫວ, ເພີ່ມຂຶ້ນກວ່າ 20% ທຽບໃສ່ປີ 2020, ຢັ້ງຢືນບົດບາດ ຂອງ ເສດຖະກິດເອກະຊົນວ່າ ເປັນກຳລັງໜູນ ທີ່ສຳຄັນທີ່ສຸດ ຂອງ ພື້ນຖານເສດຖະກິດແຫ່ງຊາດ, ຖືກຕ້ອງຕາມຈິດໃຈ ມະຕິ 68 ຂອງກົມການເມືອງ. ໃນຖານະ ເປັນປະເທດ ພວມພັດທະນາ, ເສດຖະກິດພວມຢູ່ໃນ ຂະບວນການ ຫັນປ່ຽນ, ດ້ວຍລະດັບຄວາມເປີດກວ້າງສູງ, ຂະໜາດຍັງຈຳກັດ, ແຕ່ບັນດາ ຜົນງານທີ່ຍາດມາໄດ້ນັ້ນ ໄດ້ຢັ້ງຢືນເຖິງຄວາມສາມາດ ຕ້ານທານ ຂອງ ເສດຖະກິດ ປະເທດເຮົາ ຕໍ່ກັບຜົນກະທົບ ຈາກ ພາຍນອກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກວດກາ ວຽກງານການດຳເນີນງານຂອງ ໂຮງງານກັ່ນ ນ້ຳມັນ ງີເຊີນ (ບໍລິສັດ ກັ່ນນ້ຳມັນ ງີເຊີນ ຈຳກັດ). ພາບ: VNA
ບໍ່ພຽງແຕ່ໃນດ້ານປະລິມານ, ຄຸນນະພາບການເຕີບໂຕ ກໍ່ນັບມື້ ນັບໄດ້ ຮັບການປັບປຸງ; ການປະກອບສ່ວນ ຂອງ ຜະລິດຕະພາບປັດໄຈ ສັງລວມ (TFP) ເຂົ້າໃນການເຕີບໂຕເສດຖະກິດ ບັນລຸປະມານ 47% (ລື່ນຄາດໝາຍ 45%); ດັດຊະນີ ນະວັດຕະກຳ ທົ່ວໂລກ ປີ 2025 ຂອງ ຫວຽດນາມ ຢູ່ອັນດັບທີ 44/139 ປະເທດ ແລະ ເຂດແຄວ້ນ. ໂຄງປະກອບເສດຖະກິດ ສືບຕໍ່ຫັນປ່ຽນໄປຕາມທິດ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ອັດຕາສ່ວນ ຂົງເຂດ ອຸດສາ ຫະກຳ ແລະ ກໍ່ສ້າງ ແລະ ຂົງເຂດການບໍລິການ ໃນ GDP ເພີ່ມຂຶ້ນຈາກ 78,6% ໃນປີ 2020 ຂຶ້ນເປັນ 80,4% ໃນປີ 2025; ຂົງເຂດກະສິກຳ ຫຼຸດລົງຈາກ 12,7% ຍັງເຫຼືອ 11,6%. ຫຼາຍໂຄງການທີ່ຄ້າງຄາ, ອ່ອນແອ ແກ່ຍາວ ໄດ້ຮັບການແກ້ໄຂ ຢ່າງຂ້ຽວຂາດ, ປະ ກອບສ່ວນຕ້ານການຟຸມເຟືອຍ, ປົດປ່ອຍ ແຫຼ່ງພະລັງ, ຊຸກຍູ້ການເຕີບໂຕ[8].
ລະບົບໂຄງລ່າງພື້ນຖານ ຍຸດທະສາດ ມີບາດກ້າວພັດທະນາ ທີ່ມີ ລັກສະນະບຸກທະລຸ; ຫຼາຍໂຄງການພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, logistics, ການບໍລິການ, ສາທາລະນະສຸກ, ການສຶກສາ, ໂຄງລ່າງ ດີຈີຕອນ, ໂຄງລ່າງຕົວເມືອງຂະໜາດໃຫຍ່, ຄົບຊຸດ, ທັນສະໄໝ ໄດ້ຮັບການສຸມໃສ່ກໍ່ສ້າງ, ສຳເລັດ, ມີການ ເຊື່ອມຈອດ ແລະ ແຜ່ກະຈາຍສູງ, ສ້າງພື້ນທີ່ພັດທະນາໃໝ່, ເພີ່ມມູນຄ່າເພີ່ມຂອງ ທີ່ດິນ, ປະກອບສ່ວນຍົກສູງ ຄວາມສາມາດ ແກ່ງແຍ່ງ, ເພີ່ມທະວີການດຶງດູດການລົງທຶນ, ສ້າງພື້ນຖານ ອັນໜັກແໜ້ນ ເພື່ອນຳ ຫວຽດນາມ ກາຍເປັນສູນກາງ ເຊື່ອມຈອດ ຂອງ ພາກພື້ນ ແລະ ໂລກ. ອາຍຸການ 2021-2025, ຍອດເງິນ ລົງທຶນພາກລັດ ບັນລຸປະມານ 3,4 ລ້ານຕື້ດົ່ງ, ເພີ່ມຂຶ້ນເກືອບ 55% ທຽບໃສ່ອາຍຸການກ່ອນ, ໄດ້ຮັບການຈັດສັນຢ່າງມີຈຸດສຸມ, ແກ້ໄຂ ການກະຈາຍແບບກະແຈກກະຈາຍ; ດ້ວຍຍອດຈຳນວນໂຄງການ ທີ່ນຳໃຊ້ງົບປະມານສູນກາງ ຫຼຸດລົງ ຈາກປະມານ 11.000 ໂຄງການ ລົງເຫຼືອປະມານ 4.600 ໂຄງການ (ຫຼຸດລົງເກືອບ 60%).ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຂົ້າຮ່ວມພິທີຕ້ອນຮັບ ຂະບວນລົດໄຟ ຂົນສົ່ງສິນຄ້າ ທີ່ອອກເດີນທາງຈາກ ຮ່າໂນ້ຍ ໄປຍັງ ນະຄອນ ຈົງຊິງ (Chongqing). ພາບ: VNA
ຮອດທ້າຍປີ 2025, ທົ່ວປະເທດ ໄດ້ສຳເລັດ ແລະ ເປີດນຳໃຊ້ ທາງດ່ວນປະມານ 3.345 ກມ (ຖ້ານັບທັງທາງເຊື່ອມ, ທາງແຍກ ແມ່ນ 3.803 ກມ, ລື່ນຄາດໝາຍ 803 ກມ) ແລະ ທາງແຄມທະເລ ຫຼາຍກວ່າ 1.711 ກມ, ລື່ນຄາດໝາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ວາງອອກ. ພິເສດ, ປີ 2025 ໄດ້ບັນທຶກເຫດການ 3 ບາດກ້າວ ຂອງ ການວາງສິລາລຶກ ແລະ ເປີດນຳໃຊ້ລວມ, ມີ 564 ໂຄງການ ພື້ນ ຖານໂຄງລ່າງສຳຄັນ, ຂະໜາດໃຫຍ່, ຍອດທຶນລົງທຶນຫຼາຍກວ່າ 5,14 ລ້ານຕື້ດົ່ງ, ໃນນັ້ນເກືອບ 75% ແມ່ນທຶນເອກະຊົນ, ສະແດງ ໃຫ້ເຫັນຢ່າງຈະແຈ້ງເຖິງປະສິດທິຜົນ ໃນການລະດົມ ແຫຼ່ງພະລັງ ສັງຄົມ ເພື່ອການລົງທຶນພັດທະນາ.
ວຽກງານວິທະຍາສາດ ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນ ດີຈີຕອນ ໄດ້ຮັບການຜັນຂະຫຍາຍ ຢ່າງຂ້ຽວ ຂາດ, ບັນລຸຜົນສຳເລັດເບື້ອງຕົ້ນທີ່ສຳຄັນ. ຜັນຂະຫຍາຍ ມະຕິ 57 ຂອງ ກົມການເມືອງ, ພາຍໃນ 1 ປີ, ລັດຖະບານ ໄດ້ສະເໜີ ສະພາແຫ່ງຊາດປະກາດໃຊ້ 10 ໂຄງການກົດໝາຍ ທີ່ກຳນົດໂດຍກົງ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, 19 ດຳລັດ ແນະນຳ ກົດໝາຍໄດ້ຖືກປະກາດໃຊ້. ຫວຽດນາມ ກ້າວຂຶ້ນເປັນອັນດັບ 2 ຂອງ ASEAN ກ່ຽວກັບການລົງທຶນ AI, ອັນດັບ 6/40 ປະເທດ ກ່ຽວກັບດັດຊະນີ AI ແລະ ອັນດັບ 44/139 ກ່ຽວກັບດັດຊະນີ ນະວັດຕະກຳທົ່ວໂລກ. ສາມເສົາຄ້ຳ “ລັດຖະບານດີຈີຕອນ - ສັງຄົມດີຈີຕອນ - ພົນລະເມືອງດີຈີຕອນ” ໄດ້ປະກົດຕົວຢ່າງຈະແຈ້ງ ບົນພື້ນຖານໂຄງລ່າງດີຈີຕອນທີ່ທັນສະ ໄໝ. ເຄືອຂ່າຍ 5G ກວມເອົາ ຫຼາຍກວ່າ 90% ຂອງ ປະຊາກອນ, ສູນຂໍ້ມູນແຫ່ງຊາດ ເລີ່ມເປີດນຳໃຊ້, ນຳຫວຽດນາມ ເຂົ້າສູ່ກຸ່ມ 5 ປະເທດທຳອິດ ທີ່ເປັນ ເຈົ້າການຢ່າງສົມບູນ ຕໍ່ລະບົບ 5G. ໂຄງລ່າງການເຊື່ອມຕໍ່ ຖືເປັນບາດກ້າວສໍາຄັນທາງ ຍຸດທະສາດ ດ້ວຍສາຍກາບໃຍແກ້ວ ທາງບົກ ສາກົນ ຍາວ 3.900 ກມ ຜ່ານ 5 ປະ ເທດ ASEAN, ໂດຍຫວຽດນາມ ເປັນເຈົ້າ ຂອງ, ຊ່ວຍຫຼຸດຜ່ອນ ການເພິ່ງພາ ສາຍກາບໃຕ້ທະເລ, ເພີ່ມຄວາມສະຖຽນລະພາບຂອງເຄືອຂ່າຍ ແລະ ຮັບປະກັນຄວາມປອດໄພ ຂໍ້ມູນແຫ່ງຊາດ.
ຕອນບ່າຍ ວັນທີ 21 ກັນຍາ 2025, ທີ່ ຮ່າໂນ້ຍ, ສະຫາຍ ເລ ຂາທິການໃຫຍ່ ໂຕເລີມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ ວັນສ້າງຕັ້ງ ກຸ່ມບໍລິສັດ ອຸດສາຫະ ກຳ - ພະລັງງານແຫ່ງຊາດ ຫວຽດນາມ (3 ກັນຍາ 1975 – 3 ກັນ ຍາ 2025) ແລະ ຮັບຫຼຽນໄຊແຮງງານ ຊັ້ນ I. ພາບ: VNA
ຕອນເຊົ້າ ວັນທີ 10 ຕຸລາ 2022, ທີ່ ຮ່າໂນ້ຍ, ທ່ານນາຍົກ ລັດ ຖະມົນຕີ ຟ້າມມິງຈິ໋ງ, ປະທານຄະນະກຳມະການ ແຫ່ງຊາດ ກ່ຽວກັບການຫັນເປັນດີຈີຕອນ ເຂົ້າຮ່ວມວັນຫັນເປັນ ດີຈີຕອນແຫ່ງຊາດ. ພາບ: VNA
ໃນຂົງເຂດວັດທະນະທຳ, ສັງຄົມ ໄດ້ຮັບການເອົາໃຈໃສ່, ສະຫວັດດີການສັງຄົມໄດ້ຮັບການຮັບປະກັນ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງ. ໄລຍະ 2021 - 2025, ໄດ້ໃຊ້ຈ່າຍຫຼາຍກວ່າ 1,1 ລ້ານຕື້ດົ່ງ ໃຫ້ແກ່ສະຫວັດດີການສັງຄົມ (ກວມເອົາປະມານ 17% ຂອງຍອດລາຍຈ່າຍງົບປະມານລັດ). ລາຍຮັບສະເລ່ຍຂອງຜູ້ອອກແຮງງານ ເພີ່ມຂຶ້ນຈາກ 5,5 ລ້ານ ຕື້ດົ່ງ/ເດືອນ ໃນປີ 2020 ຂຶ້ນເປັນ 8,4 ລ້ານຕື້ດົ່ງ/ເດືອນ ໃນປີ 2025. ອັດຕາ ຄອບຄົວທຸກຍາກຫຼາຍມິຕິ ຫຼຸດລົງຈາກ 4,4% ໃນປີ 2021 ລົງເຫຼືອ 1,3% ໃນປີ 2025. ສຳເລັດໂດຍພື້ນຖານ ເປົ້າໝາຍລົບລ້າງເຮືອນຊົ່ວຄາວ, ເຮືອນຊຸດໂຊມ ກ່ອນກຳນົດ 5 ປີ 4 ເດືອນ, ດ້ວຍຈຳນວນຫຼາຍກວ່າ 334 ພັນຫຼັງ. ໃນປີ 2025, ທົ່ວປະເທດ ໄດ້ສຳເລັດເຮືອນຢູ່ສັງຄົມຫຼາຍກວ່າ 102,1 ພັນຫຼັງ, ບັນລຸ 102% ຂອງແຜນການປີ; ກອງທຶນທີ່ຢູ່ອາໄສແຫ່ງຊາດ ໄດ້ຮັບການສ້າງຕັ້ງຂຶ້ນ. ຊ່ວຍເຫຼືອປະມານ 8,8 ພັນຕື້ດົ່ງ ຈາກແຫຼ່ງ ງົບປະມານສຳຮອງສູນກາງປີ 2025 ແລະ ເຂົ້າສານຫຼາຍກວ່າ 42,1 ພັນໂຕນ ໃຫ້ແກ່ທ້ອງຖິ່ນຕ່າງໆເພື່ອແກ້ໄຂຜົນຢ້ອນຫຼັງຈາກ ໄພທຳມະຊາດ[9]. ກໍ່ສ້າງໂຮງຮຽນປະຖົມ ແລະ ມັດທະຍົມ ຕອນຕົ້ນ ແບບຕໍ່ເນື່ອງ ພ້ອມກັນ 100 ແຫ່ງ ຢູ່ບັນດາຕາແສງຊາຍແດນ, ສຳເລັດກ່ອນມື້ໄຂສົກຮຽນໃໝ່ 2026-2027. ຕາມຂໍ້ມູນຈາກ ສະຫະປະຊາຊາດ, ດັດຊະນີຄວາມສຸກຂອງ ຫວຽດນາມ ປີ 2025 ຢູ່ອັນດັບທີ 46, ເພີ່ມຂຶ້ນ 37 ຂັ້ນ ທຽບໃສ່ປີ 2020.
ຕອນເຊົ້າ ວັນທີ 22 ທັນວາ 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ໄປຖວາຍທູບທຽນ ທີ່ ອານຸສອນສະຖານ, ຢ້ຽມຊົມການຈັດສະແດງຮູບພາບ, ວັດຖຸພັນ ທີ່ຫໍວັດ ທະນະທຳ ບ້ານ ລ່າງໜູ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ ໂຄງການ ຟື້ນຟູຊີວິດໃໝ່ ບ້ານ ລ່າງໜູ, ຕາແສງ ຟຸກແຄ໋ງ (ເມືອງ ບາວອຽນ), ບ້ານ ເນີ້ມຕົງ, ຕາແສງ ເນີ້ມລຸກ ແລະ ບ້ານ ຄໍວ່າງ, ຕາແສງ ກົກເລົ່າ (ເມືອງ ບັກຮ່າ) ແຂວງ ລາວກາຍ. ພາບ: VNA
ຄວາມສາມາດ ບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງ, ເພີ່ມທະວີ; ບຸລິມະສິດ ຈັດສັນ ແຫຼ່ງພະລັງ ລົງທຶນໃຫ້ແກ່ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບຫຼາຍທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ; ຄວາມສະຫງົບດ້ານການເມືອງ, ຄວາມເປັນ ລະບຽບຮຽບຮ້ອຍ ທາງສັງຄົມ ໄດ້ຮັບການ ຮັກສາໄວ້ ຢ່າງໝັ້ນຄົງ, ຮັບປະກັນຄວາມປອດໄພ, ຄວາມສະຫງົບ ແລະ ຄວາມອຸ່ນອ່ຽງໃຈ ຂອງປະຊາຊົນ; ສະພາບ ອາດຊະຍາກຳ ຖືກຄວບຄຸມ ແລະ ຫຼຸດລົງ ຢ່າງຈະແຈ້ງ, ດ້ວຍລະດັບ 24,23% ທຽບ ໃສ່ປີ 2024. ການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ແມ່ນຈຸດພົ້ນເດັ່ນ; ໃນນັ້ນໄດ້ຍົກລະດັບ, ຍົກສູງການພົວພັນກັບ 17 ປະເທດ, ເຮັດໃຫ້ຍອດຈຳນວນ ປະເທດທີ່ມີຂອບເຂດການພົວພັນ ແຕ່ລະດັບ ຄູ່ຮ່ວມມື ຮອບດ້ານຂຶ້ນໄປ ມີເຖິງ 42 ປະເທດ, ໃນນັ້ນ ມີການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ກັບທັງ 5 ປະເທດ ສະ ມາຊິກຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ; ຊື່ສຽງ, ຖານະບົດບາດ ຂອງ ປະເທດຊາດ ສືບຕໍ່ໄດ້ຮັບການຍົກສູງຂຶ້ນ.
*ນັກຂ່າວ: ປີ 2025 ສືບຕໍ່ເຫັນໄດ້ບັນດາການປ່ຽນແປງໃໝ່ ຢ່າງແຂງແຮງ ໃນວຽກງານຊີ້ນຳ, ບໍລິຫານ ຂອງ ລັດຖະບານ, ນາຍົກ ລັດຖະມົນຕີ ຕາມທິດແທດຈິງ, ມີປະສິດທິຜົນ, ຕິດແທດກັບຮາກຖານ, ໃກ້ຊິດກັບປະຊາຊົນ ແລະ ເພື່ອປະຊາຊົນ, ສ້າງລັດຖະບານແຫ່ງການສ້າງສັນ, ປະຕິບັດ ແລະ ມີມະນຸດສະທຳ. ຂໍທ່ານນາຍົກ ລັດຖະມົນຕີ ແບ່ງປັນບັນດາຄວາມມຸ່ງມາດ ປາດຖະໜາ ແລະ ຄວາມທຸ່ມເທ ກ່ຽວກັບບັນຫານີ້?
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ: ປະຕິບັດໜ້າທີ່, ສິດອຳນາດ ຕາມຂໍ້ກຳນົດ ຂອງ ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ ເຮັດວຽກ; ດ້ວຍທິດນຳການກະທຳ “ວິໄນ-ຄວາມຮັບຜິດຊອບ; ເປັນເຈົ້າການ-ທັນການ; ກະທັດຮັດ-ມີປະສິດທິຜົນ; ເລັ່ງລັດ-ບຸກທະລຸ”, ລັດຖະບານ, ນາຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານ ແຕ່ລະທ່ານ ໄດ້ເສີມຂະຫຍາຍຈິດໃຈ ເປັນເຈົ້າການ, ສ້າງສັນ, ເລິກ ເຊິ່ງ, ຂ້ຽວຂາດ ໃນວຽກງານນຳພາ, ຊີ້ນຳ, ບໍລິຫານໃນທຸກຂົງເຂດຢ່າງສູງສຸດ; ເສີມຂະຫຍາຍ ບົດບາດ ແລະ ສະຕິປັນຍາ ໝູ່ຄະນະ ຕິດພັນກັບຄວາມຮັບຜິດຊອບສ່ວນບຸກຄົນ; ດ້ວຍທິດນຳ “ພັກຊີ້ນຳ, ລັດຖະບານເອກະພາບ, ສະພາແຫ່ງຊາດ ເຫັນດີ, ປະຊາຊົນ ສະໜັບສະໜູນ, ປະເທດຊາດ ຄອຍຖ້າ, ເພື່ອນມິດສາກົນ ຊ່ວຍເຫຼືອ, ມີແຕ່ປຶກສາເພື່ອເຮັດ, ບໍ່ປຶກສາເພື່ອຖອຍ”; ຕິດແທດກັບພຶດຕິກຳຕົວຈິງ, ຖືເອົາພຶດຕິກຳຕົວຈິງ ເປັນມາດຕະຖານວັດແທກ; ກຳນົດວ່າ ປະຊາຊົນ, ວິສາຫະກິດ ແມ່ນສູນກາງ, ແມ່ນເຈົ້າກຳ, ແມ່ນແຫຼ່ງພະລັງ ແລະ ແມ່ນກຳລັງໜູນຕົ້ນຕໍ ຂອງ ການພັດທະນາ.
ດ້ວຍຈິນຕະນາການ “ເບິ່ງກວ້າງ, ເຫັນໄກ, ຄິດເລິກ, ເຮັດໃຫຍ່”, “ຖືສຳຄັນເວລາ, ສະຕິປັນຍາ ແລະ ຄວາມເດັດຂາດ ທີ່ຖືກຕ້ອງ ຕາມຈັງຫວະເວລາ”; ດ້ວຍຈິດໃຈເຮັດວຽກ “ບໍ່ຈຳກັດວັນເວລາ”, “ເຮັດກາງເວັນ, ເຮັດກາງຄືນ, ເຮັດທັງວັນພັກ”, ລັດຖະບານ ແລະ ບັນດາສະມາຊິກລັດຖະບານ ໄດ້ພະຍາຍາມຢ່າງສຸດ ຄວາມສາມາດ, ປ່ຽນແປງໃໝ່ແນວຄິດ, ວິທີເຮັດ, ວິທີການຈັດຕັ້ງ ປະຕິບັດ; ຍາມໃດ ກໍ່ເປັນເຈົ້າການ, ຍືດຍຸ່ນ, ສ້າງສັນ ແລະ ມີຍຸດໂທບາຍ, ມາດຕະ ການ ທີ່ເໝາະສົມ, ແກ້ໄຂບັນດາບັນຫາ ສຳຄັນທີ່ເກີດຂຶ້ນ, ກະທັນ ຫັນ, ບັນດາໜ້າທີ່ໃຫຍ່, ຮີບດ່ວນ ຢ່າງທັນການ ດ້ວຍທິດນຳ “ໄດ້ໄປ ແມ່ນຕ້ອງຮອດ, ໄດ້ປຶກສາ ແມ່ນຕ້ອງທະລຸ, ໄດ້ຕົກລົງ ແມ່ນຕ້ອງເຮັດ, ໄດ້ເຮັດແມ່ນຕ້ອງ ມີຜົນງານ, ສາມາດຊັ່ງຊາ, ວັດແທກ ແລະ ຄິດໄລ່ເປັນຕົວເລກໄດ້”.
ຕອນເຊົ້າ ວັນທີ 17 ກໍລະກົດ 2025, ທ່ານນາຍົກ ລັດຖະມົນຕີ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມໃຫຍ່ຜູ້ແທນ ອົງ ຄະ ນະພັກ ສຳນັກຂ່າວສານຫວຽດນາມ ຄັ້ງທີ XXVII, ວາລະ 2025 - 2030 ເຊິ່ງຈັດຂຶ້ນຢ່າງສົມກຽດ ທີ່ສຳນັກຂ່າວສານ ແຫ່ງຊາດ (5 ຫຼີເທື່ອງກຽດ, ຮ່າໂນ້ຍ). ພາບ: VNA
ປີ 2025 ແລະ ນັບແຕ່ຕົ້ນອາຍຸການ ມາຮອດປັດຈຸບັນ, ໜຶ່ງ ໃນບັນ ດາ ຈຸດສະຫວ່າງທ່ີພົ້ນເດັ່ນ ໃນວຽກງານນຳພາ, ຊີ້ນຳ, ບໍລິຫານ ຂອງ ລັດຖະບານ, ນາຍົກລັດຖະມົນຕີ, ບັນດາຂັ້ນ, ບັນດາຂະແໜງ ການ ແລະ ທ້ອງຖິ່ນ ແມ່ນການສຸມໃສ່ ກຳແໜ້ນ ສະພາບການ, ຕິດແທດກັບພຶດຕິກຳຕົວຈິງ, ຕອບສະໜອງ ນະໂຍບາຍ ຢ່າງເປັນ ເຈົ້າການ, ທັນການ, ຍືດຍຸ່ນ ແລະ ມີປະສິດທິຜົນ. ລັດຖະບານ, ນາຍົກ ລັດຖະມົນຕີ ໄດ້ຈັດຕັ້ງ ການເຮັດວຽກ, ແລກປ່ຽນ, ສົນທະນາ ໂດຍກົງ ແລະ ທາງອອນລາຍ ຢ່າງຍືດຍຸ່ນ ແລະ ເປັນປະຈຳ ເພື່ອວາງມາດຕະການ ທີ່ເໝາະສົມ, ທັນການ ແລະ ມີປະສິດທິຜົນ. ການນຳລັດຖະບານ ໄດ້ປະຕິບັດ ການໄປເຄື່ອນໄຫວ ວຽກງານ 239 ຄັ້ງ ຢູ່ບັນດາທ້ອງຖິ່ນ, ລົງເຖິງຮາກຖານ, ສະຖານທີ່ ກໍ່ສ້າງ, ໂຄງການ ໂດຍກົງ ເພື່ອກວດກາ, ຊຸກຍູ້, ຊີ້ນຳການແກ້ໄຂ, ປົດປ່ອຍ ຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ຢູ່ກັບທີ່, ດ້ວຍທິດນຳ “ຢູ່ບ່ອນໃດ ປະຊາຊົນຕ້ອງການ, ປະຊາຊົນ ລຳບາກ, ຢູ່ບ່ອນນັ້ນ ມີລັດຖະບານ”, ໂດຍສະເພາະແມ່ນໃນຊ່ວງເວລາ ທີ່ປະຊາຊົນ ປະສົບຄວາມຫຍຸ້ງຍາກ, ໄພທຳມະຊາດ, ພາຍຸນ້ຳຖ້ວມ ຢູ່ 26 ແຂວງ ພາກເໜືອ ໃນປີ 2024 ແລະ ບັນດາແຂວງພາກກາງ ຕອນໃຕ້ ໃນເດືອນຕຸລາ-ພະຈິກ ປີ 2025 ຜ່ານມາ.
ສາມາດຢັ້ງຢືນໄດ້ວ່າ ລັດຖະບານ ອາຍຸການ 2021-2025 ໄດ້ ສືບທອດ ແລະ ເສີມຂະຫຍາຍມູນເຊື້ອ 80 ປີ ຂອງ ລັດຖະບານ ຢ່າງສະເໝີຕົ້ນ ສະເໝີປາຍ, ຍາມໃດກໍ່ພະຍາຍາມສຸດຄວາມສາມາດ, ກະທຳຢ່າງຂ້ຽວຂາດ, ຕິດແທດກັບພຶດຕິກຳຕົວຈິງ, ບໍ່ຢຸດຢັ້ງໃນການ ປ່ຽນແປງໃໝ່, ຍົກສູງຄຸນນະພາບວຽກງານທຸກດ້ານ ດ້ວຍຈິດໃຈ ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ຖືກຕ້ອງ ດັ່ງສະຫຼຸບ ຂອງ ສະຫາຍເລຂາທິການໃຫຍ່ ໂຕເລີມ ໃນໂອກາດສະເຫຼີມ ສະ ຫຼອງ 80 ປີ ລັດຖະບານ ຜ່ານມານີ້ວ່າ: “ຄຸນທາດ - ວິໄນ - ສາມັກ ຄີ - ບໍລິສຸດສັດຊື່ - ການກະທໍາ - ສ້າງສັນ - ມີປະສິດທິຜົນ - ເພື່ອປະຊາຊົນ”.
* ນັກຂ່າວ: ເປົ້າໝາຍການເຕີບໂຕ ສອງຕົວເລກ, ນຳພາປະເທດຊາດ ສືບຕໍ່ພັດທະນາໄວ ແລະ ຍືນຍົງ ໄດ້ສະແດງອອກຢ່າງຈະແຈ້ງ ໃນມະຕິ ກອງປະຊຸມໃຫຍ່ ລັດຖະບານ ຄັ້ງທີ I, ກໍ່ຄືໃນ ຮ່າງເອກະສານ ກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIV ຂອງ ພັກ. ຮຽນທ່ານນາຍົກ ລັດຖະມົນຕີ, ເພື່ອປະຕິບັດ ບັນດາເປົ້າໝາຍ, ທິດທາງ ຍຸດທະສາດນີ້ ໃຫ້ປະສົບຜົນສຳເລັດ, ລັດຖະບານ ຈະສຸມໃສ່ ບັນດາກຸ່ມໜ້າທີ່, ມາດຕະການຈຸດສຸມໃດແດ່?
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ: ປີ 2026 ແມ່ນປີທຳອິດ ຂອງ ອາຍຸການ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງ ພັກ, ແມ່ນປີທຳອິດ ການປະຕິບັດແຜນການ 5 ປີ 2026-2030, ມຸ່ງໜ້າສູ່ການປະຕິບັດສຳເລັດ 2 ເປົ້າໝາຍຍຸດທະສາດ 100 ປີ, ນຳພາປະ ເທດຊາດ ກ້າວເຂົ້າສູ່ຍຸກໃໝ່ ຍຸກແຫ່ງການພັດທະນາ ທີ່ຮັ່ງມີເຂັ້ມ ແຂງ, ຜາສຸກ, ສີວິໄລ ແລະ ມີຄວາມສຸກ.
ເພື່ອບັນລຸເປົ້າໝາຍສູ້ຊົນການເຕີບໂຕສອງຕົວເລກ, ພັດທະນາ ປະ ເທດຊາດໄວ ແລະ ຍືນຍົງ ຕາມມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ນາຍົກລັດຖະມົນຕີ ຈະສຸມໃສ່ຊີ້ນຳບັນດາຂັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນ ເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ XIV ຂອງພັກ ຢ່າງຂ້ຽວຂາດ, ຄົບຊຸດ ແລະ ມີປະສິດທິຜົນ ໃນທຸກຂົງເຂດ; ປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດ ທິຜົນ ເປົ້າໝາຍຊຸກຍູ້ ການເຕີບໂຕ ຕິດພັນກັບ ການຮັກສາສະຖຽນລະພາບ ເສດຖະກິດ ມະຫາພາກ, ຄວບຄຸມໄພເງິນເຟີ້ ແລະ ຮັບປະ ກັນ ບັນດາ ຄວາມສົມດຸນ ຂອງ ເສດຖະກິດ, ປະຕິບັດ ບັນດາໜ້າທີ່ ພັດທະນາ ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ໃຫ້ດີ. ໃນນັ້ນ, ບາງໜ້າທີ່ ແລະ ມາດຕະການຈຸດສຸມ ແມ່ນ:
ໜຶ່ງ: ສຸມໃສ່ປັບປຸງລະບອບລະບຽບການ, ກົດໝາຍ ໃຫ້ສົມບູນແບບ, ຮັບປະກັນຄວາມໂປ່ງໃສ, ຄົບຊຸດ, ຍຸຕິທຳ, ຈຸດສຸມ ແມ່ນກົດໝາຍວ່າດ້ວຍການລົງທຶນ, ດຳເນີນທຸລະກິດ ເພື່ອປົດປ່ອຍ ກຳລັງ ການຜະລິດ, ລະດົມທຸກແຫຼ່ງພະລັງ ແລະ ສ້າງກຳລັງໜູນໃໝ່ ໃຫ້ແກ່ການພັດທະນາ, ປ່ຽນລະບອບລະບຽບການ ຈາກ “ຈຸດຕັນ ຂອງຈຸດຕັນ” ມາເປັນທ່າແຮງແກ່ງແຍ້ງ ລະດັບຊາດ. ຍົກສູງປະສິດທິຜົນ ຂອງບັນດາປະເພດຕະຫຼາດ; ຍູ້ແຮງການປະຕິຮູບ ລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມ ການດຳເນີນ ທຸລະກິດ.
ສອງ: ສືບຕໍ່ສຸມໃສ່ປັບປຸງການຈັດຕັ້ງກົງຈັກ ໃຫ້ສົມບູນແບບ; ເອົາ ໃຈໃສ່ຍົກສູງຄຸນນະພາບ, ປະສິດທິຜົນ ການເຄື່ອນໄຫວ ຂອງ ອົງ ການປົກຄອງທ້ອງຖິ່ນ 2 ຂັ້ນ ຕິດພັນກັບ ການຍູ້ແຮງ ການແບ່ງຂັ້ນ ຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ, ແບ່ງປັນແຫຼ່ງພະລັງ ແລະ ຍົກສູງ ຄວາມສາມາດປະຕິບັດງານ ຂອງ ຂັ້ນລຸ່ມ; ໂດຍສະເພາະ ແມ່ນ ເຊີດຊູຈິດໃຈ “ທ້ອງຖິ່ນຕົກລົງ, ທ້ອງຖິ່ນເຮັດ, ທ້ອງຖິ່ນຮັບຜິດຊອບ”.
ສາມ: ສືບຕໍ່ບຸລິມະສິດ ຊຸກຍູ້ການເຕີບໂຕ, ແຕ່ຕ້ອງຮັກສາ ສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມເງິນເຟີ້ ແລະ ຮັບປະກັນບັນດາຄວາມສົມດຸນ. ປະສານສົມທົບ ຢ່າງແໜ້ນແຟ້ນ, ຍືດຍຸ່ນ, ມີປະສິດທິຜົນ ລະຫວ່າງນະໂຍບາຍ ການເງິນ ແບບເປີດກວ້າງ ຢ່າງສົມເຫດສົມຜົນ, ມີຈຸດສຸມ, ຈຸດໜັກ, ນະໂຍບາຍເງິນຕາ ທີ່ເປັນເຈົ້າການ, ຍືດຍຸ່ນ, ທັນການ, ມີປະສິດທິຜົນ ແລະ ບັນດານະໂຍບາຍມະຫາພາກອື່ນໆ; ຊຸກຍູ້ ແລະ ເຮັດໃໝ່ ບັນດາ ກຳລັງໜູນການເຕີບໂຕແບບດັ້ງເດີມ, ພັດທະນາ ບັນດາ ກຳລັງໜູນ ການເຕີບໂຕໃໝ່. ພັດທະນາ ຕະຫຼາດພາຍໃນ ຢ່າງແຂງແຮງ; ກະຕຸ້ນການບໍລິໂພກພາຍໃນ; ຫັນຕະຫຼາດສົ່ງອອກ ເປັນຫຼາກຫຼາຍຮູບແບບ.
ສີ່: ສ້າງຕັ້ງຮູບແບບການເຕີບໂຕໃໝ່, ປັບປຸງໂຄງປະກອບ ເສດຖະ ກິດ, ຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ຖືເອົາ ວິທະຍາ ສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ ເປັນກຳລັງໜູນຫຼັກ. ສ້າງແຜນງານພັດທະນາ ບັນດາ ຂະແໜງອຸດສາຫະກຳພື້ນຖານ, ອຸດສາຫະກຳປາຍແຫຼມ, ອຸດສາຫະກຳເກີດໃໝ່. ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດ ໃຫ້ແກ່ ບັນດາໂຄງການທີ່ຍັງຄົງຄ້າງໂດຍໄວ. ເສີມຂະຫຍາຍປະສິດທິຜົນ ຂອງສູນການເງິນສາກົນ, ບັນດາເຂດການຄ້າເສລີ ຢູ່ບາງທ້ອງຖິ່ນ.
ຫ້າ: ຮັບປະກັນຄວາມຄືບໜ້າ ຂອງ ບັນດາໂຄງການ ພື້ນຖານໂຄງລ່າງ ຍຸດທະສາດ, ຈຸດສຸມ; ສຸມແຫຼ່ງພະລັງລົງທຶນໃສ່ ບັນດາໜ້າທີ່, ໂຄງການທີ່ມີລັກສະນະບຸກທະລຸ ກ່ຽວກັບ ການພັດທະນາ ເສດຖະ ກິດ-ສັງຄົມ. ໃນນັ້ນ, ສຸມໃສ່ຜັນຂະຫຍາຍ ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ, ສຳເລັດການສຳຫຼວດ, ອອກແບບ ບັນ ດາ ເສັ້ນທາງລົດໄຟ ເຊື່ອມຕໍ່ກັບ ສປ ຈີນ, ທາງລົດໄຟຄວາມໄວສູງ ເໜືອ - ໃຕ້, ພັດທະນາໂຄງລ່າງ ພະລັງງານ ເພື່ອຕອບສະໜອງ ຄວາມຕ້ອງການເຕີບໂຕ ເສດຖະກິດ, ຮັບປະກັນຄວາມປອດໄພ ທາງດ້ານ ພະລັງງານ, ພັດທະນາພະລັງງານນີວເຄຼຍ; ລົງທຶນກໍ່ສ້າງ ບາງ ກິດຈະກຳ ວັດທະນະທຳ, ກິລາ, ການສຶກສາ, ສາທາລະນະສຸກຈຸດສຸມ ຂອງຊາດ ທີ່ມີຄວາມສໍາຄັນລະດັບພາກພື້ນ ແລະ ສາກົນ...
ຫົກ: ພັດທະນາແຫຼ່ງຊັບພະຍາກອນມະນຸດ ຄຸນນະພາບສູງ ຕາມມາດຕະຖານສາກົນ, ໂດຍສະເພາະ ແມ່ນບັນດາຂະແໜງການ ປາຍແຫຼມ ກ່ຽວກັບວິທະຍາສາດເຕັກໂນໂລຊີ, ບັນດາຂົງເຂດ ບຸລິ ມະສິດ, ເກີດໃໝ່, ສຸມໃສ່ 11 ກຸ່ມຂະແໜງເຕັກໂນໂລຊີ ຍຸດທະສາດ. ສ້າງການຫັນປ່ຽນ ຢ່າງຈະແຈ້ງ ກ່ຽວກັບຄຸນນະພາບ ການສຶກສາ, ຝຶກອົບຮົມ ໃນທຸກລະດັບການສຶກສາ.
ເຈັດ: ເອົາໃຈໃສ່ພັດທະນາຢ່າງຮອບດ້ານ, ຄົບຊຸດ ບັນດາ ຂົງເຂດວັດທະນະທຳ, ສັງຄົມ, ຍົກສູງຊີວິດການເປັນຢູ່ ຂອງ ປະຊາຊົນ, ຮັບປະກັນສະຫວັດດີການສັງຄົມ. ຈັດຕັ້ງປະຕິບັດ ບັນດາແຜນງານເປົ້າໝາຍແຫ່ງຊາດ ກ່ຽວກັບການສຶກສາ, ສາທາລະນະສຸກ, ວັດທະ ນະທຳ, ການຫຼຸດຜ່ອນຄວາມທຸກຍາກ... ຢ່າງມີປະສິດທິຜົນ. ຍູ້ແຮງການພັດທະນາອຸດສາຫະກຳ ວັດທະນະທຳ, ອຸດສາຫະກຳ ບັນເທີງ. ຍົກສູງຄຸນນະພາບ ການບໍລິການ ສາທາລະນະສຸກ. ຊຸກຍູ້ການຫັນ ປ່ຽນໂຄງ ປະກອບແຮງງານ ແລະ ເພີ່ມຜະລິດຕະພາບ ແຮງງານສັງຄົມ.
ແປດ: ຍົກສູງຄວາມສາມາດ ໃນການຄຸ້ມຄອງ ແລະ ນຳໃຊ້ ຊັບພະ ຍາກອນ ຢ່າງມີປະສິດທິຜົນ ເພື່ອຮັບໃຊ້ການພັດທະນາ ເສດຖະ ກິດ-ສັງຄົມ. ເປັນເຈົ້າການຮັບມື ກັບການປ່ຽນແປງ ຂອງ ສະພາບດິນຟ້າອາກາດ, ປ້ອງກັນ ແລະ ຕ້ານໄພທຳມະຊາດ. ສຸມໃສ່ ແກ້ໄຂສະພາບລົດຕິດ, ມົນລະພິດແຫຼ່ງນ້ຳ, ອາກາດ, ໂດຍສະເພາະແມ່ນຢູ່ບັນດາຕົວເມືອງໃຫຍ່.
ເກົ້າ: ປັບປຸງ, ເພີ່ມທະວີວຽກງານປ້ອງກັນຊາດ, ປ້ອງກັນ ຄວາມສະ ຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງ ຄົມ, ສ້າງສະພາບແວດລ້ອມ ສັນຕິພາບ, ສະຖຽນລະພາບ ເພື່ອພັດ ທະນາປະເທດຊາດ. ຍູ້ແຮງ ການຜັນຂະຫຍາຍ ວຽກງານການຕ່າງ ປະເທດ ແລະ ການເຊື່ອມໂຍງ ສາກົນ ຢ່າງຄົບຊຸດ, ມີປະສິດທິຜົນ, ຮອບດ້ານ; ຊຸກຍູ້ ການທູດ ເສດຖະກິດ ຊ່ຶງຈຸດສຸມແມ່ນການທູດເຕັກໂນໂລຊີ.
ສິບ: ປະຕິບັດວຽກງານໂຄສະນາຂ່າວສານ, ໂດຍສະເພາະ ແມ່ນການສື່ສານນະໂຍບາຍ, “ເອົາຄວາມດີ ຊະນະສິ່ງບໍ່ດີ”, “ເອົາດ້ານບວກ ຍູ້ຖອຍດ້ານລົບ”, ປະກອບສ່ວນສ້າງກຳລັງໜູນ, ສ້າງແຮງບັນດານໃຈ, ເສີມຂະຫຍາຍ ກຳລັງແຮງ ກ້ອນກຳລັງມະຫາສາມັກຄີທົ່ວປວງຊົນທັງຊາດ, ພະຍາຍາມ ສູ້ຊົນປະຕິບັດ ສຳເລັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະ ກິດ-ສັງຄົມ ທີ່ວາງອອກ.
ຕອນບ່າຍ ວັນທີ 9 ກຸມພາ 2024 (ວັນທີ 30 ບຸນເຕັດ), ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄປຢ້ຽມຢາມ, ກວດກາວຽກງານ ປະຈຳການ ເຜີຍແຜ່ຂໍ້ມູນຂ່າວສານ ແລະ ອວຍພອນປີໃໝ່ ຢູ່ສຳ ນັກຂ່າວສານ ຫວຽດນາມ. ພາບ: VNA
* ນັກຂ່າວ: ເນື່ອງໃນໂອກາດຕົ້ນປີໃໝ່ 2026, ຂໍທ່ານ ນາຍົກລັດຖະ ມົນຕີ ມີຄຳເຫັນແບ່ງປັນເຖິງປະຊາຊົນ, ສະຫາຍ, ນັກຮົບທົ່ວປະ ເທດ?
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ: ບັນດາຜົນສຳເລັດທີ່ສຳຄັນ, ຮອບດ້ານ ທີ່ຍາດມາໄດ້ໃນປີ 2025 ແລະ ທັງວາລະ 2021 - 2025 ແມ່ນໝາກຜົນແຫ່ງການນຳພາ ທີ່ຖືກຕ້ອງຂອງພັກ, ການເຂົ້າຮ່ວມ ຢ່າງຂ້ຽວຂາດ ຂອງທົ່ວລະບົບການເມືອງ, ຄວາມພະຍາຍາມ ຢ່າງໃຫຍ່ຫຼວງ ຂອງ ປວງຊົນ ທົ່ວປະເທດ ແລະ ປະຊາຄົມ ວິສາຫະກິດ, ການຊ່ວຍເຫຼືອ ຂອງ ປະຊາຄົມສາກົນ, ໂດຍສະເພາະແມ່ນການບໍ ລິຫານ ທີ່ເປັນເຈົ້າການ, ຍືດຍຸ່ນ, ຂ້ຽວຂາດ, ທັນການ, ມີປະສິດທິຜົນ ຂອງ ລັດຖະບານ, ນາຍົກລັດຖະມົນຕີ, ບັນດາຂັ້ນ, ບັນດາຂະ ແໜງການ ແລະ ທ້ອງຖິ່ນ.
ເນື່ອງໃນໂອກາດນີ້, ຕາງໜ້າລັດຖະບານ, ຂ້າພະເຈົ້າ ຂໍສະແດງ ຄວາມຂອບໃຈຢ່າງຈິງໃຈ ແລະ ຫວັງວ່າ ຈະສືບຕໍ່ ໄດ້ຮັບຄວາມ ເອົາໃຈໃສ່ ເປັນພິເສດ, ການນຳພາ, ຊີ້ນຳຢ່າງເລິກເຊິ່ງ ຂອງ ຄະ ນະບໍລິຫານງານສູນກາງພັກ, ເປັນປະຈຳ, ໂດຍກົງ ຈາກກົມການ ເມືອງ, ຄະນະເລຂາທິການສູນກາງພັກ, ນຳໜ້າແມ່ນ ສະຫາຍ ເລ ຂາທິການໃຫຍ່ ໂຕເລີມ; ການຮຽງບ່າຄຽງໄຫຼ່, ແບ່ງປັນ, ເປັນເຈົ້າການເຂົ້າຮ່ວມ ຂອງສະພາແຫ່ງຊາດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການໃນລະບົບການເມືອງ; ຄວາມເຊື່ອໝັ້ນ, ສະໜັບສະໜູນ, ເຂົ້າຮ່ວມຢ່າງຕັ້ງໜ້າ ຂອງ ທົ່ວປວງຊົນ, ນັກຮົບ ທົ່ວປະເທດ, ຊາວຫວຽດນາມ ຢູ່ຕ່າງປະເທດ; ການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນຈາກມິດສາກົນ; ໂດຍສະເພາະ ແມ່ນຄວາມພະຍາຍາມສຸດຄວາມສາມາດ, ການກະທຳຢ່າງຂ້ຽວຂາດ, ມີຄວາມ ຮັບຜິດຊອບສູງ ຂອງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ.
ກ້າວເຂົ້າສູ່ປີໃໝ່ 2026, ເລີ່ມຕົ້ນໄລຍະພັດທະນາໃໝ່ ຂອງ ປະ ເທດຊາດ, ພ້ອມກັບທົ່ວປະເທດ ດ້ວຍເຈດຈຳນົງ, ຄວາມເຊື່ອໝັ້ນ ແລະ ຄວາມມຸ່ງມາດປາດຖະໜາ ທີ່ຈະກ້າວຂຶ້ນ, ຄະນະລັດຖະ ບານ ແລະ ສະມາຊິກລັດຖະບານ ແຕ່ລະທ່ານ ຈະສືບຕໍ່ເປັນແບບ ຢ່າງນຳໜ້າ, ພະຍາຍາມສູ້ຊົນຢ່າງສຸດ ຄວາມສາມາດ, ທຸ່ມເທ ຄວາມສາມາດ, ສະຕິປັນຍາ ແລະ ຄວາມຮັບຜິດຊອບ ເພື່ອປະຕິ ບັດ ບັນດາໜ້າທີ່, ພາລະບົດບາດຕາມສິດອຳນາດ ທີ່ໄດ້ຮັບມອບ ໝາຍ ໃຫ້ດີ, ພ້ອມກັບທົ່ວປະເທດ ກ້າວເຂົ້າສູ່ຍຸກສະໄໝໃໝ່ ທີ່ຮັ່ງມີ ເຂັ້ມແຂງ, ຜາສຸກ, ສີວິໄລ, ມີຄວາມສຸກ, ກ້າວຂຶ້ນສູ່ ສັງຄົມນິຍົມ ຢ່າງໝັ້ນຄົງ.
* ນັກຂ່າວ: ຂໍຂອບໃຈ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢ່າງສູງ!
[1] ບັນດາມະຕິ ທີ່ໄດ້ປະກາດໃຊ້ (ມະຕິ 57, 59, 66, 68, 70, 71, 72 ຂອງ ກົມການເມືອງ) ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແຫ່ງຊາດ; ການເຊື່ອມໂຍງ ສາກົນ; ການສ້າງ ແລະ ປະຕິບັດກົດໝາຍ; ພັດທະນາເສດຖະ ກິດ ເອກະຊົນ; ຄວາມປອດໄພທາງດ້ານ ພະລັງງານ ແຫ່ງຊາດ; ການສຶກສາ ແລະ ກໍ່ສ້າງ; ສາທາລະນະສຸກ; ພວມກຽມປະກາດໃຊ້ ບັນ ດາມະຕິ ກ່ຽວກັບການພັດທະນາ ວັດທະນະທຳ, ເສດຖະກິດ ພາກລັດ ແລະ ພາກພື້ນ FDI.
[2] ປີ 2025 ສະເໜີສະພາແຫ່ງຊາດ ຮັບຮອງເອົາ 99 ໂຄງການ ກົດໝາຍ, ມະຕິ, ປະກາດໃຊ້ 377 ດຳລັດ, ຫຼາຍທີ່ສຸດນັບແຕ່ກ່ອນ ມາຮອດປັດຈຸບັນ ແລະ 06 ມະຕິ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນບັນດາຂໍ້ກຳນົດຂອງກົດໝາຍ. ປັດຈຸບັນ, ລັດຖະບານ ໄດ້ຊີ້ນຳການສ້າງ, ສະເໜີສະພາແຫ່ງຊາດ ຮັບຮອງເອົາຫຼາຍກວ່າ 178 ກົດໝາຍ, ລັດຖະບັນຍັດ, ມະຕິ; ປະກາດໃຊ້ຕາມສິດອຳນາດ 936 ດຳລັດ.
[3] ທ່ານນາຍົກລັດຖະມົນຕີ ແລະ ບັນດາກະຊວງ, ອົງການ ທຽບເທົ່າ ກະຊວງ ຕາມສິດອຳນາດ ໄດ້ອະນຸມັດແຜນການ, ຫຼຸດຜ່ອນ ແລະ ເຮັດໃຫ້ຂັ້ນຕອນການບໍລິຫານ ທ່ີກ່ຽວຂ້ອງກັບກິດຈະກໍາການຜະລິດ ແລະ ທຸລະກິດງ່າຍຂຶ້ນ 3.085/4.888 ຂັ້ນຕອນ (ບັນລຸ 63,1%); ຫຼຸດຜ່ອນ 2.371/6.974 ເງື່ອນໄຂດຳເນີນທຸລະກິດ ທີ່ຂຶ້ນກັບ ຂະແໜງ, ອາຊີບລົງທຶນ, ດຳເນີນທຸລະກິດ ແບບມີເງື່ອນໄຂ (ບັນລຸ 33,9%); ເວລາໃນການ ແກ້ໄຂລະບຽບການບໍລິຫານ ຄາດວ່າ ລົດລົງໄດ້ 29.308 ວັນ/89.721 ວັນ (ບັນລຸ 32,7%) ແລະ ລົດຄ່າໃຊ້ຈ່າຍ ໃນການປະຕິບັດລະບຽບ ການບໍລິຫານ ປະມານ 48,6/120 ພັນຕື້ດົ່ງ/ປີ (ບັນລຸ 40,5%).
[4] ໄລ່ລວມທັງວາລະ, ພວກເຮົາບັນລຸ ແລະ ລື່ນກາຍ 22/26 ຄາດໝາຍເສດຖະກິດ-ສັງຄົມ ຕົ້ນຕໍ, ໃກ້ຄຽງກັບຄາດໝາຍ 02/26 ຄາດໝາຍ, ບໍ່ບັນລຸ 02/26 ຄາດໝາຍ, ໃນນັ້ນ ລື່ນກາຍຄາດໝາຍ ທັງໝົດ ກ່ຽວກັບສັງຄົມ, ສະຫວັດດີການສັງຄົມ; ປີ 2024 - 2025 ບັນລຸ ແລະ ລື່ນກາຍທັງໝົດ 15/15 ຄາດໝາຍເສດຖະກິດ - ສັງຄົມ.
[5] ໄລ່ລວມທັງວາລະ: ປີ 2021 ຍ້ອນຜົນກະທົບຢ່າງໜັກໜ່ວງ ຈາກການລະບາດ ໂຄວິດ-19, ການເຕີບໂຕ GDP ພຽງແຕ່ບັນລຸ 2,55%; ໃນ 4 ປີ 2022-2025 ການເຕີບໂຕເສດຖະກິດ ສະເລ່ຍ ບັນລຸ 7,13%/ປີ (ລື່ນຄາດໝາຍ 6,5–7% ທີ່ວາງອອກໃນມະຕິ ກອງປະຊຸມໃຫຍ່ XIII).
[6] ໜີ້ສາທາລະນະ ຫຼຸດລົງຈາກ 44,3% ຂອງ GDP ໃນປີ 2020 ລົງເຫຼືອປະມານ 35–36% ຂອງ GDP ໃນປີ 2025, ສ້າງພື້ນທີ່ ການເງິນ (fiscal space) ໃຫ້ແກ່ການຊີ້ນຳບໍລິຫານ ຊຸກຍູ້ ການເຕີບໂຕ ແລະ ພັດທະນາເສດຖະກິດ - ສັງຄົມ.
[7] ໂດຍລວມທັງວາລະ 2021–2025, ລາຍຮັບງົບປະມານ ຄາດວ່າ ບັນລຸປະມານ 9,6 ລ້ານຕື້ດົ່ງ, ສູງກວ່າ 1,36 ເທົ່າ ຂອງ ວາລະກ່ອນ; ໃນຂະນະທີ່ຍັງມີການຍົກເວັ້ນ, ຫຼຸດຜ່ອນ, ເລື່ອນເວລາການ ຊໍາລະພາສີ, ອາກອນ ປະມານ 1,1 ລ້ານຕື້ດົ່ງ, ພ້ອມນັ້ນ ກໍ່ປະຢັດ ລາຍຈ່າຍ ໄດ້ປະມານ 1,57 ລ້ານຕື້ດົ່ງ.
[8] ໄດ້ສຸມໃສ່ກວດກາ, ຈຳແນກປະເພດ, ແກ້ໄຂຂໍ້ຕິດຂັດ ຢ່າງ ຂ້ຽວຂາດ ໃຫ້ແກ່ປະມານເກືອບ 3.000 ໂຄງການທີ່ຄ້າງຄາ ດ້ວຍຍອດທຶນຫຼາຍລ້ານຕື້ດົ່ງ.
[9] ພ້ອມກັນນັ້ນ, ກໍ່ສຸມໃສ່ຜັນຂະຫຍາຍ “ບັ້ນຮົບ ກວາງຈູງ” ສ້ອມ ແປງ ແລະ ກໍ່ສ້າງເຮືອນຢູ່ ຢ່າງໄວ ຫຼາຍກວ່າ 41 ພັນຫຼັງ ທີ່ຖືກເສຍຫາຍໜັກ, ສູນເສຍ ໃນເຫດການພາຍຸນ້ຳຖ້ວມ ຜ່ານມາ (ໃນນັ້ນມີ 1.597 ຫຼັງ ຕ້ອງໄດ້ກໍ່ສ້າງໃໝ່ ທັງໝົດ).