ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢ້ຽມຢາມໂຮງໝໍແຫ່ງຕ່າງໆຢູ່ນະຄອນໂຮ່ຈີມິນ

ໃນແນວຄິດຊີ້ນຳຂອງພັກ, ລັດຖະບານ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳ ແລະ ຄວາມໃສ່ໃຈຂອງປະທານປະເທດ, ໜ້າທີ່ປົກປ້ອງຜົນປະໂຫຍດຂອງປະຊາຊົນ, ຂອງຊາດແມ່ນເໜືອກວ່າສິ່ງໃດໝົດ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ທີ່ໂຮງໝໍມະຫາວິທະຍາໄລແພດສາດ ນະຄອນໂຮ່ຈີມິນ)

ຕອນບ່າຍວັນທີ 13 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈບັນດາກຳລັງປ້ອງກັນ, ຕ້ານໂລກລະບາດ, ຖັນແຖວແພດໝໍ, ນາງພະຍາບານຢູ່ໂຮງໝໍມະຫາວິທະຍາໄລແພດສາດ ນະຄອນໂຮ່ຈີມິນ ແລະ ໂຮງໝໍ ເຈີ້ໄຣ້.

        ກ່າວຄຳເຫັນທີ່ 2 ໂຮງໝໍດັ່ງກ່າວ, ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ໃນແນວຄິດຊີ້ນຳຂອງພັກ, ລັດຖະບານ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳ ແລະ ຄວາມໃສ່ໃຈຂອງປະທານປະເທດ, ໜ້າທີ່ປົກປ້ອງຜົນປະໂຫຍດຂອງປະຊາຊົນ, ຂອງຊາດແມ່ນເໜືອກວ່າສິ່ງໃດໝົດ, ກ່ອນອື່ນໝົດແມ່ນປົກປ້ອງສຸຂະພາບຂອງປະຊາຊົນ. ພ້ອມທັງ, ຕ້ອງມີການສົມທົບຢ່າງປະສົມກົມກຽວ, ມີປະສິດທິຜົນລະຫວ່າງການປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດກັບການພັດທະນາເສດຖະກິດ, ສັງຄົມ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາໂຮງໝໍຄວນຕັ້ງໜ້າສ້າງແຜນການຮັບມືກັບທຸກສະພາບການທີ່ອາດຈະເກີດຂຶ້ນຢູ່ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາຜູ້ແທນປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຈະມາເຖິງ.

        ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ມີການເຮັດວຽກກັບຄະນະການນຳແຂວງ ທ໊າຍບິ່ງ ກ່ຽວກັບການປະຕິບັດມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

(ແຫຼ່ງຄັດຈາກ VOV)


top