ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ເຮັດວຽກກັບບັນດາກຸ່ມບໍລິສັດເຕັກໂນໂລຊີແຖວໜ້າຂອງໂລກ

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ້ງ ໄດ້ໄປຢ້ຽມຢາມບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າຂອງໂລກ ລວມມີ Intel, Apple, Google.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ້ງ ໄດ້ໄປຢ້ຽມຢາມບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າຂອງໂລກ ລວມມີ Intel, Apple, Google.

   

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ພົບປະກັບທ່ານຮອງປະທານຂັ້ນສູງຂອງກຸ່ມບໍລິສັດ Google Rick Osterloh

ຕອນບ່າຍວັນທີ 17 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ San Francisco, ສະຫະລັດອາເມລິກາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ້ງ ໄດ້ໄປຢ້ຽມຢາມບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າຂອງໂລກ ລວມມີ Intel, Apple, Google.

ຊົມເຊີຍກ່ຽວກັບໝາກຜົນແຫ່ງການເຄື່ອນໄຫວ ຂອງ Intel ຢູ່ໃນທົ່ວໂລກ ແລະ ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ປາດຖະໜາວ່າ Intel ຈະເປີດກວ້າງການລົງທຶນຫຼາຍກວ່າເກົ່າຢູ່ບັນດາທ້ອງຖິ່ນອື່ນ ນອກຈາກ ນະຄອນໂຮ່ຈີມິນ, ພ້ອມກັບ ຫວຽດນາມ ປະກອບສ່ວນຫັນປ່ຽນເຕັກໂນໂລຢີ, ເປັນດີຈີຕອນ, ຫັ້ນລະບົບຕ່ອງໂສ້ສະຫນອງທົ່ວໂລກເປັນຫຼາຍຮູບແບບ.

        ເມື່ອແລກປ່ຽນ ກັບຜູ້ອຳນວຍການບໍລິຫານກຸ່ມບໍລິສັດ Apple Tim Cook, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໃຫ້ຄຳໝັ້ນສັນຍາສືບຕໍ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະເໜີພາບ, ໂປ່ງໃສ, ສ້າງເງື່ອນໄຂສູງສຸດເພື່ອໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນ ຂອງສະຫະລັດອາເມລິກາ ເພີ່ມທະວີການເຄື່ອນໄຫວຢູ່ ຫວຽດນາມ.

ໃນວັນດຽວກັນ, ທີ່ການພົບປະກັບທ່ານຮອງປະທານຂັ້ນສູງຂອງກຸ່ມບໍລິສັດ Google Rick Osterloh, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ສະແດງຄວາມຊົມເຊີຍແຜນການຮ່ວມມືໃໝ່ຂອງ Google ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ Google ສືບຕໍ່ໜູນຊ່ວຍການຫັນເປັນດີຈີຕອນໃຫ້ວິສາຫະກິດຫວຽດນາມ, ຜ່ານນັ້ນ, ປະກອບສ່ວນເຂົ້າໃນຂະບວນການສ້າງລັດຖະບານດີຈີຕອນ,ເສດຖະກິດດິຈິຕອນ, ສັງຄົມດີຈີຕອນຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)


top