ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ

ຕອນບ່າຍວັນທີ 24 ເມສາ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ເຊິ່ງໄດ້ຈັດຂຶ້ນທີ່ສຳນັກງານ ຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ.


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ເຊິ່ງໄດ້ຈັດຂຶ້ນຢູ່ ສຳນັກງານ ຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ. ເຢືອງຢາງ/VNA   
 
ນີ້ແມ່ນກອງປະຊຸມທຳອິດ ເຊິ່ງໄດ້ຈັດຂຶ້ນໂດຍກົງ ລະຫວ່າງບັນດາການນຳ ອາຊຽນ ໃນປີ 2021 ແລະ ພາຍຫຼັງເກືອບ 18 ເດືອນ ບັນດາກອງປະຊຸມຂອງ ອາຊຽນ ຕ້ອງຈັດຂຶ້ນຕາມຮູບແບບທາງອອນລາຍ ໂດຍຜົນສະທ້ອນຈາກໂລກລະບາດ ໂຄວິດ-19. 

ບັນດາການນຳ ອາຊຽນ ອວຍພອນທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ສະພາແຫ່ງຊາດ ຫວຽດນາມ ຄັດເລືອກເປັນນາຍົກລັດຖະມົນຕີ ແຫ່ງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຊົມເຊີຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຄັ້ງທຳອິດ ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ.    

ທີ່ກອງປະຊຸມ, ບັນດາການນຳ ອາຊຽນ ໄດ້ສຸມໃສ່ແລກປ່ຽນ ກ່ຽວກັບ 3 ເນື້ອໃນຕົ້ນຕໍແມ່ນການຮ່ວມມື ກໍ່ສ້າງປະຊາຄົມ ອາຊຽນ, ການພົວພັນກັບຕ່າງປະເທດຂອງ ອາຊຽນ ແລະ ບັນດາບັນຫາໃນພາກພື້ນ ແລະ ສາກົນທີ່ພວມມີຄວາມສົນໃຈ.
 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ. ພາບ: ເຢືອງຢາງ/VNA
 
ປະຕິບັດ: VNA/VNP
 
 

top