ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ອອກຈາກ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ

ຕອນເຊົ້າວັນທີ 23 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ອອກຈາກ ຮ່າໂນ້ຍ ໄປ Jakarta, ອິນໂດເນເຊຍ ເພື່ອເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ຕາມຄຳເຊື້ອເຊີນຂອງເຈົ້າຊີວິດ ບຣູໄນ Darussalam Haji Hassanal Bolkiah.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ອອກຈາກ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ. ພາບ: ເຢືອງຢາງ/VNA
ໄປນຳທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ລວມມີທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ; ທ່ານລັດຖະມົນຕີ, ຫົວໜ້າຫ້ອງການລັດຖະບານ ເຈິ່ນວັນເຊີນ; ທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງ; ທ່ານຮອງຫົວໜ້າຫ້ອງການ ລັດຖະບານ ຫງວຽນຊວນແທ່ງ; ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ ຫງວຽນກວັກຢຸງ; ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ອິນໂດເນເຊຍ ຟ້າມກວາງວິງ ແລະ ທ່ານເອກອັກຄະລັດຖະທູດ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ ອາຊຽນ ຫງວຽນຫາຍບັ່ງ.

ຄາດຄະເນວ່າ ໃນແຜນການເຮັດວຽກຢູ່ຕ່າງປະເທດຄັ້ງນີ້, ນອກຈາກການປະຊຸມກັບບັນດາການນຳ ອາຊຽນ ເພື່ອແລກປ່ຽນກ່ຽວກັບສະພາບການຢູ່ ມຽນມາ, ການກໍ່ສ້າງປະຊາຄົມ, ການຮັບມືກັບໂລກລະບາດ ໂຄວິດ-19 ແລະ ການພົວພັນກັບຕ່າງປະເທດຂອງ ອາຊຽນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຈະມີບັນດາການພົບປະສອງຝ່າຍກັບການນຳ ບັນດາປະເທດ ອາຊຽນ ເພື່ອຊຸກຍູ້ການພົວພັນທາງການທູດ ແລະ ແລກປ່ຽນກ່ຽວກັບບັນດາບັນຫາທີ່ພ້ອມກັນມີຄວາມສົນໃຈ.
 
ປະຕິບັດ: VNA/VNP

 

top