ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ສິ້ນສຸດການເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ຢ່າງຈົບງາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ. ພາບ: ເຢືອງຢາງ/VNA
ຕອນເຊົ້າວັນທີ 25 ເມສາ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາເຖິງ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ ຢູ່ ຈາກາຕາ, ອິນໂດເນເຊຍ ຢ່າງຈົບງາມ.

ໃນກອບຂອງກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ມີການເຂົ້າຮ່ວມກອງປະຊຸມບັນດາການນຳ ອາຊຽນ; ພົບປະເຈລະຈາກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo; ພົບປະແລກປ່ຽນຄຳຄິດຄຳເຫັນກັບເຈົ້າຊີວິດ ບຣູໄນ Darussalam Haji Hassanal Bolkiah; ພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin; ຕ້ອນຮັບທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi.

ທ່ີກອງປະຊຸມບັນດາການນຳ ອາຊຽນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ບັນດາການນຳ ອາຊຽນ ໄດ້ສຸມໃສ່ແລກປ່ຽນກ່ຽວກັບ 3 ເນື້ອໃນຕົ້ນຕໍແມ່ນ ການຮ່ວມມືກໍ່ສ້າງປະຊາຄົມ ອາຊຽນ, ການພົວພັນກັບຕ່າງປະເທດຂອງ ອາຊຽນ ແລະ ບັນດາບັນຫາໃນພາກພື້ນ, ສາກົນ ພວມມີຄວາມສົນໃຈ. 

ທີ່ບັນດາການພົບປະສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ຮັບຄວາມອວຍພອນຈາກການນຳ ບັນດາປະເທດ ອາຊຽນ ຕໍ່ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຫາກໍ່ໄດ້ສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງເປັນນາຍົກລັດຖະມົນຕີ ຄົນໃໝ່ຂອງ ຫວຽດນາມ; ອວຍພອນ ແລະ ສະແດງຄວາມນິຍົມ ຫວຽດນາມ ໃນວຽກງານປ້ອງກັນ ແລະ ຕ້ານໂລກລະບາດ ໂຄວິດ-19, ສຳເລັດບົດບາດທີ່ເປັນປະທານ ອາຊຽນ ປີ 2020 ແລະ ບັນດາຜົນງານດີເດັ່ນຕ່າງໆ ໃນດ້ານເສດຖະກິດ, ສັງຄົມ. ການນຳບັນດາປະເທດ ອາຊຽນ ໄດ້ຢັ້ງຢືນ ວ່າ ຖືການເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບ ຫວຽດນາມ ເປັນສິ່ງສຳຄັນ. 

ທີ່ບັນດາການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ການນຳບັນດາປະເທດ ອາຊຽນ ໄດ້ເປັນເອກະສັນກັນຈະສືບຕໍ່ພັດທະນາການພົວພັນຮ່ວມມືຫຼາຍດ້ານ ລະຫວ່າງ ບັນດາປະເທດຄື ຊຸກຍູ້ການລົງທຶນ, ການຄ້າສອງສົ້ນ, ເພີ່ມທະວີການຮ່ວມມືເທິງທະເລ, ການຮັບມືກັບໂລກລະບາດ ໂຄວິດ-19.
ປະຕິບັດ: VNA/VNP
 

top