ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປສຳຫລວດບາງກິດຈະກຳຈຸດສຸມຢູ່ ຟູອຽນ

ຕອນເຊົ້າວັນທີ 8 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ໄດ້ລົງສຳຫລວດບາງກິດຈະກຳ, ໂຄງການຢູ່ບໍລິເວນແຂວງ ຟູອຽນ ແລະ ເສັ້ນທາງຄວາມໄວສູງ ເຫນືອ - ໃຕ້ ຕອນຜ່ານແຂວງ ຟູອຽນ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປສຳຫລວດບາງກິດຈະກຳຈຸດສຸມຢູ່ ຟູອຽນ  

ທ່ານນາຍົກລັດຖະມົນຕີ ສະເຫນີ ແຂວງ ຟູອຽນ ສົມທົບກັບບັນດາກະຊວງ, ຂະແຫນງການ ຜັນຂະຫຍາຍການພັດທະນາເຂດຕາມການວາງແຜນຜັງທີ່ໄດ້ຮັບການເຊັນອະນຸມັດ ພ້ອມທັງຄົ້ນຄ້ວາພັດທະນາບັນດາຂະແຫນງ, ຂົງເຂດ ຕາມທິດນຳໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີຂຽວເປັນມິດກັບສິ່ງແວດລ້ອມ. ພິເສດ ພັດທະນາບັນດາຂະແຫນງຕ້ອງມີຄວາມກົມກຽວ, ມີນະໂຍບາຍດຶງດູດການລົງທຶນ ເປັນຕົ້ນແມ່ນລະດົມບັນດາແຫລ່ງກຳລັງຕາມວິທີການຮ່ວມມື ພາກລັດ ແລະ ເອກະຊົນ ເພື່ອພັດທະນາເຂດໃຫ້ກາຍເປັນບັນດາກຳລັງຫນູນເຕີບໂຕຂອງແຂວງ ແລະ ຂອງເຂດ.

 


top