ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ຢ້ຽມຢາມທາງລັດຖະກິດ ຫວຽດນາມ

ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ດຳເນີນການເຈລະຈາ.

 

(ທີ່ພິທີຕ້ອນຮັບ)

ຕອນເຊົ້າວັນທີ 13 ຕຸລາ, ຢູ່ສຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ສປ.ຈີນ ຫຼີສຽງ ຢ້ຽມຢາມ ຫວຽດນາມ ທາງລັດຖະກິດ ແຕ່ວັນທີ 12 – 14 ຕຸລາ, ຕາມພິທີກຳສູງສຸດສະຫງວນໃຫ້ແກ່ການນຳລັດຖະບານຕ່າງປະເທດຢ້ຽມຢາມ ຫວຽດນາມ .

ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການພົບປະເຈລະຈາ. ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍ ຊຸກຍູ້ການຮ່ວມມືດ້ານການຄ້າ, ສືບຕໍ່ເປີດປະຕູໃຫ້ແກ່ຕະຫຼາດຜະລິດຕະພັນກະເສດມີຄຸນນະພາບສູງຂອງ ຫວຽນາມ; ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ເປີດຫ້ອງການສົ່ງເສີມການຄ້າ ຫວຽດນາມ ຢູ່ແຂວງຈຳນວນໜຶ່ງຂອງ ຈີນ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ 2 ຝ່າຍສົມທົບກັນຜັນຂະຫຍາຍບັນດາເອກະສານການຮ່ວມມືກ່ຽວກັບການຮ່ວມມືທາງລົດໄຟ; ສືບຕໍ່ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ຄື: ພະລັງງານທົດແທນ, ລົດໂອໂຕໄຟຟ້າ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ…

ສ່ວນທ່ານນາຍົກລັດຖະມົນຕີ ຫຼີສຽງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ໂດຍສະເພາະແມ່ນດ້ານພື້ນຖານໂຄງລ່າງຄົມມະນາຄົມ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ໂດຍສະເພາະແມ່ນໃນຂົງເຂດການຜະລິດ, ປຸງແຕ່ງ, ກະສິກຳ, ຮ່ວມມືຮັກສາລະບົບສະໜອງ, ລະບົບຜະລິດ; ບຳລຸງສ້າງວິຊາຊີບ; ເປີດກວ້າງການຮ່ວມມືດ້ານການເງິນ - ເງິນຕາ.

2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນຫາທາງທະເລ, ເຫັນດີສືບຕໍ່ປະຕິບັດຄວາມຮັບຮູ້ລວມຂັ້ນສູງ, “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາທາງທະເລ ຫວຽດນາມ - ຈີນ”, ຄວບຄຸມຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຕັ້ງໜ້າຊອກຫາມາດຕະການແກ້ໄຂໂດຍພື້ນຖານ ແລະ ຍາວນານ ເຊິ່ງ 2 ຝ່າຍລ້ວນແຕ່ຮັບຮູ້ໄດ້, ສອດຄ່ອງກັບຂໍ້ຕົກລົງກ່ຽວກັບບັນດາຫຼັກການຊີ້ນຳການແກ້ໄຂບັນດາບັນຫາທາງທະເລ ຫວຽດນາມ - ຈີນ, ກົດໝາຍສາກົນ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ພ້ອມກັນຮັກສາຄວາມສະຖຽນລະພາບທາງທະເລ…

ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືໃນບັນດາຂົງເຂດ, ຄື: ການເຊື່ອມຕໍ່ດ້ານຄົມມະນາຄົມ, ພາສີ, ການສຶກສາ, ການຄ້າກະເສດ, ທະນາຄານ…

ກ່ອນໜ້ານັ້ນໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ຈີນ ໄດ້ໄປວາງພວງມາລາ, ເຂົ້າຢ້ຽມຂ່ຳນັບສຸສານປະມານໂຮ່ຈີມິນ.


top