ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານໃນຫົວເລື່ອງກໍ່ສ້າງກົດໝາຍໂດຍສະເພາະ

ກ່າວຄຳເຫັນໄຂກອງປະຊຸມໃນຕອນເຊົ້າວັນທີ 4 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ, ນັບແຕ່ຕົ້ນອາຍຸການ, ລັດຖະບານໄດ້ລົງມືປະຕິບັດໃນທັນທີ, ໂດຍສຸມໃສ່ປະຕິບັດ 3 ບຸກທະລຸຍຸດທະສາດ, ໃນນັ້ນມີການບຸກທະລຸກ່ຽວກັບລະບອບລະບຽບການ.
  ທ່ານນາຍົກລັດຖະມົນຕີຫວຽດນາມຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

 ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່ານີ້ແມ່ນກອງປະຊຸມຫົວເລື່ອງສະເພາະເທື່ອທີ 3 ກ່ຽວກັບການກໍ່ສ້າງ ແລະ ປັບປຸງລະບອບລະບຽບການໃຫ້ສົມບູນແບບ. ໃນກອງປະຊຸມ 2 ຄັ້ງກ່ອນນັ້ນ, ລັດຖະບານໄດ້ສ້າງຮ່າງກົດໝາຍສົມບູນແບບ 16 ສະບັບ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນປີ 2022 ແລະ ປີ 2023, ພ້ອມທັງປັບປຸງໂຄງການດຳເນີນງານຂອງລັດຖະບານ ໃຫ້ເໝາະສົມກັບໜ້າວຽກ ແລະ ມີລັກສະນະຈຸດສຸມ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ທີ່ກອງປະຊຸມຄັ້ງນີ້, ລັດຖະບານໄດ້ສຸມໃສ່ປຶກສາຫາລືຮ່າງກົດໝາຍ 5 ສະບັບ ແລະ ມະຕິ 1 ສະບັບ. ນັ້ນແມ່ນຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຄວາມຖີ່ວິທະຍຸໂທລະເລກ ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານຍື່ນສະເໜີ, ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ສະກັດກັ້ນການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ) ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຍື່ນສະເໝີ; ຮ່າງກົດໝາຍວ່າດ້ວຍກຳລັງເຂົ້າຮ່ວມການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຮາກຖານ ໂດຍກະຊວງຕຳຫຼວດຍື່ນສະເໜີ; ຮ່າງກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມທາງບົກ ໂດຍກະຊວງຕຳຫຼວດຍື່ນສະເໜີ; ຮ່າງກົດໝາຍວ່າດ້ວຍທາງບົກໂດຍກະຊວງຄົມມະນາຄົມ ແລະ ຂົນສົ່ງຍື່ນສະເໜີຕໍ່ລັດຖະບານ ກໍ່ຄືຮັບຟັງກະຊວງຕຳຫຼວດສະເໜີຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງຮູບແບບຈັດຕັ້ງແຮງງານ, ແນະນຳອາຊີບ, ສິດສອນອາຊີບໃຫ້ແກ່ນັກໂທດຢູ່ຄ້າຍຄຸມຂັງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໃຫ້ຮູ້ວ່າ:

ການສ້າງກົດໝາຍຕ້ອງເລີ່ມຈາກພຶດຕິກຳຕົວຈິງຕ້ອງເຄົາລົບຕິດແທດກັບຕົວຈິງຖືຕົວຈິງເປັນໄມ້ວັດແທກ ໃນວິວັດການສ້າງກົດໝາຍບັນຫາໃດຍັງຕິດຂັດນັ້ນຕ້ອງເພີ່ມເຕີມເພື່ອແກ້ໄຂບັນຫາໃດເກີດຂຶ້ນໃໝ່ຕ້ອງສືບຕໍ່ອັບເດດບັນດາບັນຫາເນື້ອໃນທີ່ມີຢູ່ແລ້ວ ຖ້າວ່າຍັງບໍ່ຖືກຕ້ອງກັບສະພາບການ ຕ້ອງປັບປຸງການສ້າງກົດໝາຍຕ້ອງລະດົມທຸກແຫຼ່ງກຳລັງເຂົ້າໃນການພັດທະນາກົດໝາຍຕ້ອງກວມເອົາທຸກໆເປົ້າໝາຍທີ່ດັດປັບຕ້ອງໃສ່ໃຈວ່າ ການແບ່ງຂັ້ນແບ່ງສິດອຳນາດຕ້ອງໄປຄຽງຄູ່ກັບການກວດກາຕິດຕາມກວດກາ ແລະ ຈັດແບ່ງແຫຼ່ງກຳລັງຫຼຸດຜ່ອນລະບຽບການບໍລິຫານມານະພະຍາຍາມຫຼຸດຜ່ອນລະບຽບການບໍລິຫານລົງ.



top