ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ເມສາ

ຕອນເຊົ້າວັນທີ 29 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະປະຊຸມລັດຖະບານ ປະຈຳເດືອນເມສາ.
  ວາລະປະຊຸມລັດຖະບານ ປະຈຳເດືອນເມສາ (ພາບ: ເຢືອງຢາງ/TTXVN))  

 ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປັດຈຸບັນ, ສະພາບການເສດຖະກິດ - ສັງຄົມ ມີການຜັນປ່ຽນທີ່ຕັ້ງໜ້າຫຼາຍຢ່າງ, ຫວຽດນາມ ກໍ່ຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ໂດຍພື້ນຖານ ແຕ່ຍັງຊ້ອນແຝງຄວາມສ່ຽງ. ພ້ອມກັນນັ້ນ, ທຸກຂັ້ນ, ທຸກຂະແໜງການໄດ້ຜັນຂະຫຍາຍໂຄງການຟື້ນຟູເສດຖະກິດ. ດັ່ງນັ້ນ, ສະພາບການເສດຖະກິດ - ສັງຄົມມີທ່າອ່ຽງຟື້ນຟູຢ່າງຕັ້ງໜ້າ, ບັນລຸໄດ້ໝາກຜົນທີ່ພົ້ນເດັ່ນໃນຂົງເຂດ: ອຸດສາຫະກຳ, ກະສິກຳ, ການບໍລິການໃນສະພາບການປະສົບກັບຄວາມຫຍຸ້ງຍາກໃນທ່ົວໂລກ. ບັນດາການເຄື່ອນໄຫວເບິ່ງແຍງດູແລເປົ້າໝາຍນະໂຍບາຍ, ຄົນທຸກຍາກໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ລອບຄອບຖີ່ຖ້ວນ, ມີປະສິດທິຜົນ, ປະຢັດ, ໃນນັ້ນ, ມີບັນດາບ້ວງເງິນໜູນຊ່ວຍ ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19. ນະໂຍບາຍໜູນຊ່ວຍປະຊາຊົນອຶດຫິວສືບຕໍ່ໄດ້ຮັບການປະຕິບັດ. ບັນດາການເຄື່ອນໄຫວລະຫຼິ້ນບັນເທີງ, ວັດທະນະທຳສິລະປະຄ່ອຍໆໄດ້ຮັບການຟື້ນຟູຄືນໃໝ່. ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ນັບການຮັກສາຢ່າງໝັ້ນແກ່ນ, ຍູ້ແຮງການພົວພັນຕ່າງປະເທດ.ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ເນັ້ນໜັກວ່າ:

ພວກເຮົາມີຄວາມປິຕິຊົມຊື່ນໃນສະພາບການປະສົບກັບຄວາມຫຍຸ້ງຍາກລວມໃນໂລກ. ເບິ່ງລວມແລ້ວ, ສະພາບການເສດຖະກິດ, ສັງຄົມໃນ 4 ເດືອນ ແມ່ນສືບຕໍ່ມີໂນໂນ້ມຟື້ນຟູຢ່າງຕັ້ງໜ້າ ແລະ ບັນລຸໝາກຜົນພົ້ນເດັ່ນຫຼາຍຢ່າງໃນເກືອບທຸກຂົງເຂດ ອຸດສາຫະກຳ, ການບໍລິການ, ກະສິກຳ, ວັດທະນະທຳ - ສັງຄົມ, ໂດຍສະເພາະແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກ່ຽວກັບການຊຸກຍູ້ການພົວພັນຕ່າງປະເທດເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງ ແລະ ສຳຄັນທີ່ສຸດແມ່ນຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງ ນັບທັງທາງດ້ານຈິດໃຈ, ວັດຖຸ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ ແມ່ນສືບຕໍ່ໄດ້ຮັບການປັບປຸງ, ເພີ່ມທະວີ”.


top