ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ຕ່ອນເຊົ້າວັນທີ 10 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນປະທານກອງປະຊຸມແບບທາງໄກທົ່ວປະເທດ ລະຫວ່າງ ຄະນະຊີ້ນຳແຫ່ງຊາດກັບ ຄະນະຊີ້ນຳ 63 ແຂວງ, ນະຄອນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ
      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາຜູ້ແທນປຶກສາຫາລື 8 ໝວດວຽກງານຈຸດສຸມ, ຍົກອອກມາດຕະການຢ່າງລະອຽດ, ເຫັນດີເປັນເອກະພາບໃນຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ, ນະຄອນ ກ່ຽວກັບເປົ້າໝາຍ, ຂັ້ນຕອນ, ວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງແໜ້ນແຟ້ນ, ເຂັ້ມງວດ, ມີວິທະຍາສາດ, ເໝາະສົມ, ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ ບັນດາແຂວງ, ນະຄອນ ຊ້າສຸດແມ່ນຮອດວັນທີ 31 ທັນວາຕ້ອງສັກວັກຊິນຄົບ 2 ເຂັມໃຫ້ແກ່ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ, ການສັກວັກຊິນເຂັມທີ 3 ໃຫ້ແກ່ບັນດາເປົ້າໝາຍທີ່ຕ້ອງການ, ຕ້ອງມີຂັ້ນຕອນຢ່າງລະອຽດ ເພື່ອສືບຕໍ່ປະຕິບັດຄວາມຮຽກຮ້ອງຕ້ອງການເປີດປະຕູປະເທດຊາດຂອງ ລັດຖະບານ.
(ແຫຼ່ງຄັດຈາກ VOV)


top