ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42

ດ້ວຍຫົວຂໍ້ວ່າ “ອາຊຽນ ຂອບຂະໜາດໃຫຍ່: ຈຸດສຸມຂອງການເຕີບໂຕ”, ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 9 – 11 ພຶດສະພາ...

ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ

ຟ້າມມິງຈິງ (ພາບ: TTXVN)

ຕອນເຊົ້າວັນທີ 9 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ຢູ່ Labuan Bajo, ປະເທດ ອິນໂດເນເຊຍ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ປະທານກອງປະຊຸມ.

ດ້ວຍຫົວຂໍ້ວ່າ “ອາຊຽນ ຂອບຂະໜາດໃຫຍ່: ຈຸດສຸມຂອງການເຕີບໂຕ”, ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 9 – 11 ພຶດສະພາ, ດ້ວຍບັນດາກອງປະຊຸມປຶກສາຫາລື ກ່ຽວກັບວິວັດການສ້າງປະຊາຄົມ  ອາຊຽນ; ກອງປະຊຸມວົງແຄບຈະປຶກສາຫາກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ໄດ້ສະແດງໃຫ້ເຫັນສານກ່ຽວກັບ ຫວຽດນາມ ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ພ້ອມກັບບັນດາປະເທດ ສະມາຊິກຮັກສາ ແລະ ປັບປຸງບົດບາດໃຈກາງ ແລະ ເສີມຂະຫຍາຍຢ່າງມີຄວາມຮັບຜິດຊອບ ສຽງເວົ້າຂອງ ອາຊຽນ ສຳລັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ພ້ອມນັ້ນ, ກໍ່ຮັກສາຫຼັກໝັ້ນຂອງ ອາຊຽນ ກ່ຽວກັບບັນຫາສາກົນ, ພາກພື້ນ ແລະ ທະເລຕາເວັນອອກ. ພ້ອມທັງຢັ້ງຢືນຂົງເຂດຮ່ວມມືບຸລິມະສິດຂອງ ຫວຽດນາມ ແມ່ນເຊື່ອມຕໍ່ພື້ນຖານໂຄງລ່າງຍຸດທະສາດ, ຫັນປ່ຽນເປັນດີຈີຕອນ, ຫັນປ່ຽນເປັນສີຂຽວ, ຄ້ຳປະກັນສະບຽງອາຫານ, ພະລັງງານ, ການພັດທະນາເຂດອະນຸພາກພື້ນ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.


top