ບັນດາກິດຈະກຳດັ່ງກ່າວຈະປະກອບສ່ວນສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳ ເນີນທຸລະກິດທີ່ດຶງດູດໃຈ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ)
ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ແຂວງ ທາຍບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງບົກຄວາມໄວສູງ ນິງບິ່ງ - ຫາຍຟ່ອງ (ຕອນຜ່ານແຂວງ ນາມດິ້ງ ແລະ ທາຍບິ່ງ) ແລະ ພິທີເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳ ຮືງຝູ, ແຂວງ ທາຍບິ່ງ.
ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ບັນດາກິດຈະກຳດັ່ງກ່າວຈະປະກອບສ່ວນສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ດຶງດູດໃຈ ສຳລັບບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ບັນດາເຈົ້າກຳທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍໂຄງການຕ້ອງຮັບປະກັບຄວາມຄືບໜ້າ, ຄຸນນະພາບ; ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ມອບດິນ, ພາຫະນະລ້ຽງຊີບໃຫ້ແກ່ໂຄງການ.
ສຳລັບເຂດອຸດສາຫະກຳ ຮືງຝູ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ນີ້ແມ່ນຮູບແບບຮ່ວມມືພາກລັດ - ເອກະຊົນຕາມແບບວິທີ ພາກລັດນຳພາ - ຄຸ້ມຄອງພາກເອກະຊົນ, ສະນັ້ນ, ສະເໜີໃຫ້ແຂວງ ທາຍບິ່ງ ເສີມຂະຫຍາຍຮູບແບບຮ່ວມມືດັ່ງກ່າວ, ຈັດການຄຸ້ມຄອງອັດສະລິຍະ, ພັດທະນາສີຂຽວ, ຍືນຍົງ, ດຶງດູດການລົງທຶນຕາມທິດເຕັກໂນໂລຊີສູງ, ເຕັກໂລໂນຊີສະອາດ.