ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນບຸນເຕັດຕຳຫຼວດນະຄອນຮ່າໂນ້ຍ

      ຕອນເຊົ້າວັນທີ 31 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ກວດກາວຽກງານປະຈຳການ, ກ່ຽມພ້ອມການສູ້ຮົບຢູ່ຕຳຫຼວດນະຄອນຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນບຸນເຕັດຕຳຫຼວດນະຄອນຮ່າໂນ້ຍ (ພາບ: VGP)
      ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ປີ 2021 ແມ່ນປີດຳເນີນເຫດການການເມືອງທີ່ສຳຄັນຍິ່ງ ຂອງປະເທດຊາດ ແລະ ນະຄອນຫຼວງຮ່າໂນ້ຍ, ປີ ຫວຽດນາມ ຕ້ອງຮັບມືກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພິເສດແມ່ນໂລກລະບາດໂຄວິດ - 19 ເຊິ່ງກໍ່ຜົນກະທົບຢ່າງໃຫຍ່ຫຼວງຕໍ່ທຸກດ້ານຂອງຊີວິດສັງຄົມ.
      ໂດຍຕາງໜ້າການນຳ ພັກ, ລັດ, ທ່ານນາຍົກລັດຖະມົນຕີໄດ້ຮັບຮູ້, ຍ້ອງຍໍຊົມເຊີຍພະນັກງານ, ນັກຮົບກຳລັງຕຳຫຼວດເວົ້າລວມ ແລະ ຕຳຫຼວດນະຄອນຫຼວງ ເວົ້າສະເພາະ ໄດ້ແກ້ໄຂທຸກຄວາມຫຍຸ້ງຍາກ ເພື່ອປະຕິບັດໜ້າທີ່ໃຫ້ເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໝາກຜົນລວມຂອງນະຄອນຮ່າໂນ້ຍ ແລະ ຂອງປະເທດຊາດໃນປີຜ່ານມາ.
      ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຳລັງຕຳຫຼວດເວົ້າລວມ ແລະ ຕຳຫຼວດນະຄອນຫຼວງເວົ້າສະເພາະ ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນໃນວຽກງານປະຕິບັດການປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມໝັ້ນຄົງ ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົມ.
      ແລະກໍ່ໃນຕອນເຊົ້າວັນທີ 31 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປຢ້ຽມຢາມ, ອວຍພອນບຸນເຕັດຖັນແຖວທ່ານໝໍ, ພະຍາບານ, ພະນັກງານການແພດພວມປະຕິບັດໜ້າທີ່ຢູ່ໂຮງໝໍປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ຂອງໂຮງໝໍມະຫາວິທະຍາໄລແພດສາດ ຮ່າໂນ້ຍ ແລະ ອວຍພອນບຸນເຕັດຖັນແຖວແພດໝໍ ແລະ ຜູ້ຕິດເຊື້ອ ຢູ່ໂຮງໝໍເດັກສູນກາງ (ຮ່າໂນ້ຍ).
(ແຫຼ່ງຄັດຈາກ VOV)
 


top