ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນກຳລັງປະກອບອາວຸດ ທະຫານເຂດ 4 ແລະ ແຂວງກ໋ວາງບິ່ງ

      ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 77 ປີ (22 ທັນວາ 1944 – 22 ທັນວາ 2021) , ວັນບຸນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 32 ປີ (22 ທັນວາ 1989 – 22 ທັນວາ 2021), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມພະນັກງານ, ນັກຮົບ, ທະຫານເຂດ 4 ແລະ ກອງບັນຊາການທະຫານແຂວງກ໋ວາງບິ່ງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພະນັກງານ, ນາຍທະຫານ ກອງບັນຊາການແຂວງກ໋ວາງຈິ (ພາບ: TTXVN)
      ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ພະນັກງານ, ນັກຮົບທະຫານເຂດ 4 ກໍ່ຄືກອງບັນຊາການທະຫານແຂວງກ໋ວາງບິ່ງ ປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ປະກອບສ່ວນປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຢ່າງມີປະສິດທິຜົນ; ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ, ສັງຄົມ; ປະຕິບັດໜ້າທີ່ຂອງ “ກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ, ກອງທະຫານຜະລິດ” ຢ່າງມີປະສິດທິຜົນ; ສ້າງກອງທັບໃຫ້ເປັນກຳລັງຫຼວງ ແລະ ທັນສະໄໝເທື່ອລະກ້າວ. ໃນສະເພາະໜ້າບັນດາກຳລັງປະກອບອາວຸດ ຄວນໜູນຊ່ວຍອຳນາດການປົກຄອງທ້ອງຖິ່ນປ້ອງກັນຕ້ານໂລກລະບາດໂຄວິດ - 19ຢ່າງມີປະສິດທິຜົນ ຍູ້ໄວຄວາມຄືບໜ້າໃນການສັກວັກຊິນ, ພ້ອມກັນນັ້ນແມ່ນໜູນຊ່ວຍປະຊາຊົນພັດທະນາເສດຖະກິດ, ສັງຄົມ, ປ້ອງກັນຕ້ານໄພທຳມະຊາດ.
      ກໍ່ໃນຂອບເຂດການໄປປະຕິບັດງານ ທ່ານຟ້າມມິງຈິງ ໄດ້ໄປຢ້ຽມຢາມຄອບຄົວເປົ້າໝາຍນະໂຍບາຍຢູ່ບໍລິເວນແຂວງກ໋ວາງບິ່ງ, ທ່ານຢັ້ງຢືນວ່າ ພັກ, ລັດ, ຍາມໃດກໍ່ຈາລຶກບຸນຄຸນອັນໃຫຍ່ຫຼວງຂອງຜູ້ມີຄຸນງາມຄວາມດີ.
 (ແຫຼ່ງຄັດຈາກ VOV)
 


top