ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຫວຽດນາມ ວາງເປົ້າໝາຍ ຕ້ອງຜະລິດໄດ້ວັກຊິນ ແລະ ຢາປິ່ນປົວພະຍາດໂຄວິດ - 19

      ເປົ້າໝາຍແມ່ນເຮັດແນວໃດ ຕ້ອງຜະລິດວັກຊິນ, ຢາປິ່ນປົວ ແລະ ຜະລິດຕະພັນກວດວິໄຈເຊື້ອໄວຣັດ, ອຸປະກອນການແພດຢູ່ພາຍໃນປະເທດໃຫ້ໄດ້, ວ່ອງໄວ, ທັນການ ແຕ່ຕ້ອງມີວິທະຍາສາດ, ປອດໄພ ແລະ ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
      ຕອນເຊົ້າວັນທີ 27 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍຕ່າງໆກ່ຽວກັບການຊຸກຍູ້ການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຢີຜະລິດວັກຊິນ, ຢາປິ່ນປົວພະຍາດໂຄວິດ - 19 ຢູ່ພາຍໃນປະເທດ ແລະ ການນຳເຂົ້າວັກຊິນ, ຢາປິ່ນປົວພະຍາດໂຄວິດ - 19. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຖ້າຫາກຢາກຕ້ານໂລກລະບາດໄດ້ເປັນຢ່າງດີນັ້ນ ຕ້ອງມີວັກຊິນ ແລະ ມາດຕະການປ້ອງກັນ, ຕ້ານໂລກລະບາດ ບວກກັບສະຕິໃນການປ້ອງກັນ, ຕ້ານໂລກລະບາດຂອງປະຊາຊົນ. ທ່ານກໍເນັ້ນໜັກວ່າ ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຕ້ອງພະຍາຍາມເພື່ອເປົ້າໝາຍລວມ, ເພື່ອຜົນປະໂຫຍດແຫ່ງຊາດ, ຜົນປະໂຫຍດຂອງປະຊາຊົນ, ຕ້ອງຖືສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນເໜືອກວ່າສິ່ງໃດໝົດ. ເປົ້າໝາຍແມ່ນເຮັດແນວໃດ ຕ້ອງຜະລິດວັກຊິນ, ຢາປິ່ນປົວ ແລະ ຜະລິດຕະພັນກວດວິໄຈເຊື້ອໄວຣັດ, ອຸປະກອນການແພດຢູ່ພາຍໃນປະເທດໃຫ້ໄດ້, ວ່ອງໄວ, ທັນການ ແຕ່ຕ້ອງມີວິທະຍາສາດ, ປອດໄພ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)


top