ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ສ້າງໂຄງປະກອບຄືນໃໝ່ເພື່ອຮັກສາເຄື່ອງໝາຍການຄ້າທາດອາຊົດ ຮ່າບັກ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຍົກສູງຄວາມຮັບຜິດຊອບໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ຕັດສິນໃຈສ້າງໂຄງປະກອບຄືນໃໝ່ເພື່ອໃຫ້ໂຮງງານພັດທະນາ ຮັບໃຊ້ການພັດທະນາພື້ນຖານເສດຖະກິດເອກະລາດ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຍົກສູງຄວາມຮັບຜິດຊອບໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ຕັດສິນໃຈສ້າງໂຄງປະກອບຄືນໃໝ່ເພື່ອໃຫ້ໂຮງງານພັດທະນາ ຮັບໃຊ້ການພັດທະນາພື້ນຖານເສດຖະກິດເອກະລາດ.

   

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປກວດກາຕົວຈິງ ຢູ່ບໍລິສັດຫຸ້ນສ່ວນທາດອາຊົດ ແລະ ທາດເຄມີ ຮ່າບັກ

ຕອນເຊົ້າວັນທີ 13 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປກວດກາຕົວຈິງ, ເຮັດວຽກຢູ່ບໍລິສັດຫຸ້ນສ່ວນທາດອາຊົດ ແລະ ທາດເຄມີ ຮ່າບັກ (ສັງກັດກຸ່ມບໍລິສັດເຄມີ ຫວຽດນາມ) ຢູ່ແຂວງ ບັກຢາງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຍົກສູງຄວາມຮັບຜິດຊອບໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ຕັດສິນໃຈສ້າງໂຄງປະກອບຄືນໃໝ່ເພື່ອໃຫ້ໂຮງງານພັດທະນາ ຮັບໃຊ້ການພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພັດທະນາກະສິກຳ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ຕ້ອງສ້າງໂຄງປະກອບຜະລິດຕະພັນສິນຄ້າ, ອົງປະກອບວິສາຫະກິດຄືນໃໝ່ຕາມທິດຜະລິດຕະພັນມີຫຼາຍຮູບແບບ; ປັບປຸງ, ຍົກສູງສະມັດຕະພາບແຮງງານ, ປັບປຸງຂັ້ນຕອນການຜະລິດ, ສ້າງໂຮງງານສີຂຽວ, ສະອາດ, ຍືນຍົງ; ຕັດສິນໃຈຮັກສາໂຮງງານໄວ້, ເຊິ່ງແມ່ນເຄື່ອງໝາຍການຄ້າມີຊື່ສຽງ ແລະ ມີມູນເຊື້ອຍາວນານ; ປະກອບສ່ວນຮັບປະກັນວຽກເຮັດງານທຳ, ລາຍຮັບໃຫ້ພະນັກງານ, ກຳມະກອນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບໍລິສັດຈັດຕັ້ງການກວດກາຄືນຂັ້ນຕອນການຜະລິດ, ປ່ອຍສິ່ງເສດເຫຼືອທັງໝົດເພື່ອແກ້ໄຂບັນຫາສິ່ງແວດລ້ອມ ໂດຍໄວ ເພື່ອໃຫ້ທົ່ວບໍລິສັດເຄື່ອນໄຫວຢ່າງທັນສະໄໝ, ສີຂຽວ, ສະອາດ ແລະ ສວຍງາມ.

(ແຫຼ່ງຄັດຈາກ VOV)


top