ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງຕິດຕາມກວດກາໂຮງງານໄຟຟ້ານ້ຳຕົກ ຮ່ວາບິ່ງ ເປີດກ້ວາງ

ພາຍຫຼັງກິດຈະກຳໄດ້ກໍ່ສ້າງສຳເລັດຈະປະກອບສ່ວນສ້າງຄວາມດຸ່ນດຽງໃຫ້ພະລັງງານແຫ່ງຊາດ. ຄວນຮັບປະກັນຄຸນນະພາບກິດຈະກຳ, ຄວາມປອດໄພໃນການກໍ່ສ້າງໂຄງການ; ຮັບປະກັນຄວາມຄືບໜ້າຂອງໂຄງການ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງຕິດຕາມກວດກາໂຮງງານໄຟຟ້ານ້ຳຕົກ ຮ່ວາບິ່ງ ເປີດກ້ວາງ  

ຕອນບ່າຍວັນທີ 25 ກຸມພາ, ໃນແຜນການປະຕິບັດງານຢູ່ແຂວງ ຮ່ວາບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາໂຄງການໂຮງງານໄຟຟ້ານ້ຳຕົກ ຮ່ວາບິ່ງ ເປີດກ້ວາງ. ກ່າວຄຳເຫັນຢູ່ສະຖານທີ່ກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ຄວນຜັນຂະຫາຍກິດຈະກຳນີ້ເພື່ອຮັບປະກັນແຫຼ່ງໄຟຟ້າ, ຮັບປະກັນບັນດາປັດໄຈໃຫ້ເໝາະສົມ. ພາຍຫຼັງກິດຈະກຳໄດ້ກໍ່ສ້າງສຳເລັດຈະປະກອບສ່ວນສ້າງຄວາມດຸ່ນດຽງໃຫ້ພະລັງງານແຫ່ງຊາດ. ຄວນຮັບປະກັນຄຸນນະພາບກິດຈະກຳ, ຄວາມປອດໄພໃນການກໍ່ສ້າງໂຄງການ; ຮັບປະກັນຄວາມຄືບໜ້າຂອງໂຄງການ; ຮັບປະກັນຮັກສາສິ່ງແວດລ້ອມຊີວະພາບ ແລະ ຄວາມປອດໄພໃນການອອກແຮງງານ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີວ່າ, ພ້ອມກັບໂຄງການນີ້, ກຸ່ມບໍລິສັດໄຟຟ້າ ຫວຽດນາມ (EVN) ຄວນເອົາໃຈໃສ່ຊຸກຍູ້ພັດທະນາບັນດາແຫຼ່ງໄຟຟ້າອື່ນໆອີກເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ສິ່ງແວດລ້ອມ ແລະ ສັງຄົມ.

 


top