ຕອນບ່າຍວັນທີ 13 ມິຖຸນາ ໃນການຢ້ຽມຢາມ ຊູແອດ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ ມະຫາວິທະຍາໄລ Uppsala ຢູ່ ນະຄອນ Uppsala ຊື່ງແມ່ນໂຮງຮຽນທີ່ມີຊື່ສຽງ ບໍ່ພຽງແຕ່ຢູ່ ຊູແອດເທົ່ານັ້ນ ຫາກຍັງໃນທົ່ວໂລກອີກດ້ວຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ຊ່ຽວຊານ, ນັກວິທະຍາສາດ ຍາດໄດ້ລາງວັນ Nobel ຢູ່ ມະຫາວິທະຍາໄລ Uppsala
ໃນຖັນແຖວນັກຄົ້ນຄວ້າຢູ່ໂຮງຮຽນ ກໍ່ມີບັນດາປັນຍາຊົນແມ່ນ ຊາວ ຫວຽດນາມ, ໃນນັ້ນ ມີສາດສະດາຈານ ຫງວຽນມິງຮຸ່ງ.
ທ່ານນາຍົກລັດຖະມົນຕີ ສະເຫນີ ມະຫາວິທະຍາໄລ Uppsala ແຮກສ່ຽວກັບມະຫາວິທະຍາໄລແຫ່ງຊາດແຫ່ງຫນຶ່ງຂອງ ຫວຽດນາມ ຍູ້ແຮງການຮ່ວມມືບຳລຸງສ້າງ, ຄົ້ນຄວ້າ, ແລກປ່ຽນວິຊາການກັບບັນດາຮາກຖານການສຶກສາ, ຄົ້ນຄ້ວາ, ແລະ ສ້າງເງື່ອນໄຂມອບທຶນການສຶກສາໃຫ້ແກ່ນັກສຶກສາ, ນັກຄົ້ນຄ້ວາ ຫວຽດນາມ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງສອງປະເທດ ຊື່ງຫາກໍ່ໄດ້ຮັບການສ້າງຕັ້ງໃນການຢ້ຽມຢາມ
ທ່ານນາຍົກລັດຖະມົນຕີ ຢາກໃຫ້ນັກຮຽນ, ນັກສຶກສາ ຫວຽດນາມ ຍາມໃດກໍ່ມານະພະຍາຍາມ, ປະດິດຄິດສ້າງ, ມີຄວາມໄຝ່ຝັນໃຫຍ່ ພະຍາຍາມຮ່ຳຮຽນ, ຄົ້ນຄ້ວາເປັນຢ່າງດີ ພ້ອມທັງຍົກສູງຄວາມຮູ້ດ້ານກົດໝາຍ, ວັດທະນະທຳປະເທດປະຈຳຖິ່ນ, ຝືກຝົນຫລໍ່ຫລອມບັນດາທັກສະເພື່ອຮັບໃຊ້ວຽກງານໃນອະນາຄົດບໍ່ວ່າຢູ່ ຊູແອດ ຫລື ຢູ່ ຫວຽດນາມ. ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບສະຖາບັນ ການແພດ Karolinska ຂອງ ຊູແອດ.