ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ, ລະດົມກຳລັງໃຈ ແລະ ອວຍພອນປີໃໝ່ກຳລັງການແພດເນື່ອງໃນໂອກາດປີໃໝ່ປີແມວ 2023

ກ່າວຄຳເຫັນທີ່ລາຍການ “ບຸນເຕັດແຫ່ງຄວາມຮັກແພງ - ບຸນເຕັດແບ່ງປັນ” ປີໃໝ່ປີແມວ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມສະເທືອນໃຈເມື່ອໄດ້ໄປຢ້ຽມຢາມ, ແບ່ງປັນຄວາມຫຍຸ້ງຍາກ, ລຳບາກຂອງຖັນແຖວແພດ, ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍ ມິດຕະພາບ ຫວຽດ - ດຶກ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ ໂຮງໝໍ ມິດຕະພາບ ຫວຽດ - ດຶກ (ຮ່າໂນ້ຍ) (ພາບ:VGP/Nhật Bắc)  

ຕອນເຊົ້າວັນທີ 21 ມັງກອນ, ກົງກັບວັນທີ 30 ບຸນເຕັດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈ ແລະ ອວຍພອນປີໃໝ່ພະນັກງານ, ແພດໝໍ, ຄົນເຈັບພວມປິ່ນປົວຢູ່ໂຮງໝໍ ມິດຕະພາບ ຫວຽດ - ດຶກ (ຮ່າໂນ້ຍ) ແລະ ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງຄວາມຮັກແພງ - ບຸນເຕັດແບ່ງປັນ”.

ກ່າວຄຳເຫັນທີ່ລາຍການ “ບຸນເຕັດແຫ່ງຄວາມຮັກແພງ - ບຸນເຕັດແບ່ງປັນ” ປີໃໝ່ປີແມວ 2023, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມສະເທືອນໃຈເມື່ອໄດ້ໄປຢ້ຽມຢາມ, ແບ່ງປັນຄວາມຫຍຸ້ງຍາກ, ລຳບາກຂອງຖັນແຖວແພດ, ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍ ມິດຕະພາບ ຫວຽດ - ດຶກ. ທ່ານນາຍົກລັດຖະມົນຕີ ຖືວ່າ: ຖັນແຖວແພດທີ່ ດ້ວຍຈິດໃຈ “ທ່ານໝໍຄືດັ່ງຜູ້ເປັນແມ່”, ເບິ່ງແຍງດູແລຄົນເຈັບຢ່າງຈິງໃຈ, ສຸດໃຈ. ທ່ານນາຍົກລັດຖະມົນຕີ ສະແດງຄວາມສະເທືອນໃຈເມື່ອເຫັນວ່າ ທາງໂຮງໝໍໄດ້ຈັດຕັ້ງບຸນເຕັດ ແລະ ມອບຂອງຂວັນໃຫ້ແກ່ຄົນເຈັບທີ່ພວມນອນປິ່ນປົວຢູ່ທີ່ນີ້, ຫວັງວ່າບັນດາຄອບຄົວ ແລະ ໂຮງໝໍຈະສົມທົບພ້ອມກັນເບິ່ງແຍງດູແລໃຫ້ຄົນເຈັບ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ພະນັກງານ, ແພດໝໍ, ຄົນເຈັບທີ່ພວມປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງ (ເມືອງ ດົງແອັງ, ຮ່າໂນ້ຍ).


top