ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ: ການນຳເສັ້ນທາງດ່ວນ ກາວໂບ່ - ມາຍເຊີນ ເຂົ້າໃຊ້ງານ ຈະສ້າງເງື່ອນໄຂເຊື່ອມຕໍ່ບັນດາສູນເສດຖະກິດພາກເໜືອ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ກາວໂບ່ - ມາຍເຊີນ ຂຶ້ນກັບໂຄງການກໍ່ສ້າງບາງຕອນຂອງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2017 – 2020, ໂດຍກະຊວງຄົມມະນາຄົມຂົນສົ່ງສົມທົບກັບແຂວງ ນິງບິ່ງ, ນາມດິ້ງ ຈັດຂຶ້ນ.
ພິທີເປີດສະຫຼອງໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ກາວໂບ່ - ມາຍເຊີນ (ພາບ: VOV)
      ຕອນເຊົ້າວັນທີ 4 ກຸມພາ, ຢູ່ ນິງບິ່ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ກາວໂບ່ - ມາຍເຊີນ ຂຶ້ນກັບໂຄງການກໍ່ສ້າງບາງຕອນຂອງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2017 – 2020, ໂດຍກະຊວງຄົມມະນາຄົມຂົນສົ່ງສົມທົບກັບແຂວງ ນິງບິ່ງ, ນາມດິ້ງ ຈັດຂຶ້ນ.
        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ການນຳໂຄງການເສັ້ນທາງດ່ວນຄຕອນ ກາວໂບ່ - ມາຍເຊີນ ເຂົ້າໃຊ້ງານນີ້ ຈະສ້າງເງື່ອນໄຂເຊື່ອມຕໍ່ບັນດາສູນເສດຖະກິດທາງພາກເໜືອ, ບັນດາເຂດເສດຖະກິດຈຸດສຸມທາງພາກໃຕ້, ເຊື່ອມຕໍ່ໂຄງລ່າງເສດຖະກິດທາງອາກາດ, ທ່າກ່ຳປັ່ນທະເລຢ່າງລຸລ່ວງ, ພິເສດແມ່ນຫຼຸດໄລຍະຫ່າງຈາກແຂວງ ນິງບິ່ງ ຫາ ແທັງຮວ໊າ. ດ້ວຍບົດບາດດັ່ງກ່າວ, ເສັ້ນທາງດ່ວນຕອນ ກາວໂບ່ - ມາຍເຊີນ ຈະເປັນແປ້ນຢັນເພື່ອໃຫ້ບັນດາແຂວງນິງບິ່ງ, ນາມດິ້ງພັດທະນາເສດຖະກິດ  - ສັງຄົມ, ດຶງດູດເງິນລົງທຶນ ແລະ ປະກອບສ່ວນເຂົ້າໃນການຂຸດຄົ້ນກຳລັງຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທ້ອງຖິ່ນຕ່າງໆ.
(ແຫຼ່ງຄັດຈາກ VOV)


top