ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້, ຊົມເຊີຍບັນດາໝາກຜົນ, ການປະກອບສ່ວນສຳຄັນທີ່ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງໃນທົ່ວປະເທດເວົ້າລວມ ບັນລຸໄດ້ໃນໄລຍະຜ່ານມາ.

(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ)

ຕອນບ່າຍວັນທີ 19 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບເຈົ້າກົກເຈົ້າເຫຼົ່າ, ນາຍບານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງ ເນື່ອງໃນໂອກາດ “ວັນວັດທະນະທຳບັນດາຊົນເຜົ່າ ຫວຽດນາມ ” ປີ 2024.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບຮູ້, ຊົມເຊີຍບັນດາໝາກຜົນ, ການປະກອບສ່ວນສຳຄັນທີ່ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງໃນທົ່ວປະເທດເວົ້າລວມ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານປາດຖະໜາວ່າ, ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ນັກສິລະປະການ, ຜູ້ມີສິດທິພົນຊື່ສຽງ ຈະເປັນແບບຢ່າງໃຫ້ແກ່ລຸ້ນລູກລຸ້ນຫຼານ ແລະ ປະຊາຊົນຢ່າງບໍ່ຢຸດຢັ້ງ, ເປັນປັດໃຈຕັ້ງໜ້າໃນການອະນຸລັກຮັກສາ, ເສີມຊະຫຍາຍ, ຖ່າຍທອດບັນດາຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງຊາດຢ່າງແທດຈິງ. ພ້ອມທັງ, ສືບຕໍ່ປະຕິບັດວຽກງານຂົນຂວາຍພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມກັນເສີມຂະຫຍາຍຄຸນຄ່າວັດທະນະທຳ, ຍົກສູງຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ.


top