ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ບິ່ງດິ້ງ ຄວນເສີມຂະຫຍາຍຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອກ້າວຂຶ້ນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ບິ່ງດິ້ງ ມີທີ່ຕັ້ງຍຸດທະສາດ, ການພົວພັນແລກປ່ຽນການຄ້າສະດວກ, ມີເງື່ອນໄຂສະດວກເພື່ອພັດທະນາເສດຖະກິດທະເລ, ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງກ່ຽວກັບທະເລໝູ່ເກາະ, ວັດທະນະທຳ, ປະຫວັດສາດ.
   ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບການນຳແຂວງ ບິ່ງດິ້ງ  

ໃນການໄປປະຕິບັດງານຢູ່ແຂວງ ບິ່ງດິ້ງ: ຕອນບ່າຍວັນທີ 5 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບການນຳແຂວງ ບິ່ງດິ້ງ ກ່ຽວກັບສະພາບການ ໝາກຜົນບັນລຸໄດ້ໃນປີ 2022, ຫນ້າທີ່ພັດທະນາເສດຖະກິດ ສັງຄົມ ປີ 2023. ແກ້ໄຂຄຳສະເຫນີແນະ ເພື່ອແນໃສ່ຫນູນຊ່ວຍ ບິ່ງດິ້ງ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ພັດທະນາຢ່າງວ່ອງໄວ, ໝັ້ນຄົງ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ບິ່ງດິ້ງ ມີທີ່ຕັ້ງຍຸດທະສາດ, ການພົວພັນແລກປ່ຽນການຄ້າສະດວກ, ມີເງື່ອນໄຂສະດວກເພື່ອພັດທະນາເສດຖະກິດທະເລ, ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫລວງກ່ຽວກັບທະເລໝູ່ເກາະ, ວັດທະນະທຳ, ປະຫວັດສາດ.. ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ພັດທະນາວ່ອງໄວ, ໝັ້ນຄົງກວ່າ. ທ່ານນາຍົກລັດຖະມົນຕີ ສະເຫນີ: ແຂວງ ບິ່ງດິ້ງ ເອົາໃຈໃສ່ປະຕິບັດ 3 ບຸກທະລຸຍຸດທະສາດລວມມີ: ລະບອບລະບຽບການ, ພື້ນຖານໂຄງລ່າງຍຸດທະສາດ ແລະ ການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ, ປະຕິຮູບລະບຽບການບໍລິຫານ. ໃນພື້ນຖານໂຄງລ່າງຍຸດທະສາດ ຕ້ອງເອົາໃຈໃສ່ພັດທະນາການບິນ, ລົງທຶນທ່າອາກາດສະຍານ ຟູ່ກາດ, ເສັ້ນທາງຄວາມໄວສູງເຊື່ອມຕໍ່, ລະບົບທ່າກຳປັ່ນທະເລ, ຍູ້ແຮງການປ່ຽນໃຫມ່ປະດິດຄິດສ້າງ, ໝູນໃຊ້ເຕັກໂນໂລຊີ, ພັດທະນາເສດຖະກິດດິຈີຕອນ.

 


top