ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາກອງປະຊຸມມີຄວາມໝາຍແທດຈິງໃນປີ 2022 - ເຊິ່ງເປັນປີສາມັກຄີ, ມິດຕະພາບ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ.
  ການຕ້ອນຮັບຄະນະໃນຕອນບ່າຍວັນທີ 23 ທັນວາ (ພາບ: baochinhphu.vn)  

ຕອນບ່າຍວັນທີ 23 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ມາໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມກັບການນຳກະຊວງອຸດສາຫະກຳ - ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ ແຫ່ງ ສປປ ລາວ ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມຮ່ວມມື ແລະ ພັດທະນາຂະແໜງອຸດສາຫະກຳ - ການຄ້າ, ພະລັງງານ ແລະ ບໍ່ແຮ່ ຫວຽດນາມ - ລາວ ປະຈຳປີ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ ກອງປະຊຸມມີຄວາມໝາຍແທດຈິງໃນປີ 2022 - ເຊິ່ງເປັນປີສາມັກຄີ, ມິດຕະພາບ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີ: ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ ລາວ ສືບຕໍ່ຮ່ວມມືກັບກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໃຫ້ມີປະສິດທິຜົນກ່ວາອີກ ບົນຈິດໃຈດ້ວຍຄວາມຈິງໃຈ, ກົງໄປກົງມາ, ມີຄວາມໄວ້ເນື້ອເຊື່ອໃຈ, ມີຜະລິດຕະພັນຮ່ວມມືລະອຽດ, ປະກອບສ່ວນໃຫ້ແກ່ສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ສ່ວນທ່ານ ມາໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວຢັ້ງຢືນວ່າ: ກະຊວງອຸດສາຫະກຳ ແລະ ການຄ້າລາວ ຈະເພີ່ມທະວີການຮ່ວມມືກັບຝ່າຍ ຫວຽດນາມ ເພື່ອຕັ້ງໜ້າຜັນຂະຫຍາຍບັນດາການກຳນົດທິດ, ມາດຕະການຕາມການແກ້ໄຂ ຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ຊຸກຍູ້ການພົວພັນດ້ານການຄ້າລະຫວ່າງສອງປະເທດໃກ້ພັດທະນາຢ່າງແຮງກ່ວາອີກ.


top