ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Intel

ຕອນບ່າຍວັນທີ 27 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Patrick Gelsinger ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Intel.
  ການຕ້ອນຮັບ (ພາບ: TTXVN)   

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ກຸ່ມບໍລິສັດ Intel ສືບຕໍ່ລົງທຶນເຂົ້າຫວຽດນາມ, ບໍ່ພຽງແຕ່ເປີດກວ້າງການຜະລິດເທົ່ານັ້ນຫາກຍັງລົງທຶນລົງເລິກ, ເໝາະສົມກັບແຜນນະໂຍບາຍຂອງລັດຖະບານ ຫວຽດນາມ ໃນນັ້ນມີການດຶງດູດການລົງທຶນດ້ານເຕັກໂນໂລຢີສູງ, ເຕັກໂນໂລຢີສະອາດ, ປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງດ້ານເສດຖະກິດດີຈີຕອນ ດ້ວຍແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ Intel ໜູນຊ່ວຍຫວຽດນາມ ໃນການກໍ່ສ້າງລະບົບນິເວດປ່ຽນແປງໃໝ່ປະດິດຄິດສ້າງ, Startup, ເພີ່ມທະວີສະມັດຕະພາບການອອກແຮງງານ… ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດ, ໃນນັ້ນມີວິສາຫະກິດ FDI ຄື Intel ເພື່ອມີການລົງທຶນຢ່າງມີປະສິດທິຜົນຢູ່ ຫວຽດນາມ.

ສ່ວນທ່ານ Patrick Gelsinger  ໄດ້ເຫັນດີເປັນເອກະພາບກັບຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ, ທ່ານກໍ່ໃຫ້ຮູ້ວ່າ ໃນວິວັດການລົງທຶນຢູ່ ຫວຽດນາມ ກຸ່ມບໍລິສັດເຫັນໄດ້ວ່າ ຫວຽດນາມ ມີກຳລັງແຮງງານທີ່ດຸໝັ່ນຂະຫຍັນພຽນ, ມີການປ່ຽນແປງໃໝ່ປະດິດຄິດສ້າງ, ມີການໜູນຊ່ວຍ, ສ້າງເງື່ອນໄຂຢ່າງແຮງຈາກລັດຖະບານ. ດັ່ງນັ້ນ, Intel  ຕັດສິນໃຈຈະສືບຕໍ່ມາລົງທຶນຢູ່ຫວຽດນາມ ດ້ວຍຂອບຂະໜາດທົບຫຼາຍເທົ່າໃນປັດຈຸບັນ.


top