ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ມາເລເຊຍ

ທ່ານຢືນຢັນວ່າ, ຫວຽດນາມ ເຄົາລົບບັນດານ້ຳໃຈອັນດີງາມຂອງລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ສະຫງວນໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ມາເລເຊຍ Fadillah Yusof (ພາບ: TTXVN)

ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ມາເລເຊຍ Fadillah Yusof ມາໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຄຳຂໍຂອບໃຈເຖິງບັນດາການນຳ ມາເລເຊຍ ໄດ້ສົ່ງຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈ; ທ່ານຢືນຢັນວ່າ, ຫວຽດນາມ ເຄົາລົບບັນດານ້ຳໃຈອັນດີງາມຂອງລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ສະຫງວນໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ໂດຍຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນ ມາເລເຊຍ, ທ່ານຮອງນາຍົກລັດຖະມົນຕີ Fadillah Yusof ສະແດງຄວາມເຄົາລົບນັບຖືຕໍ່ການອຸທິດສ່ວນຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ແລະ ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງ, ສຳຄັນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ໃນຫຼາຍທົດສະວັດຜ່ານມາ; ທ່ານຢືນຢັນວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນຜູ້ເປັນເພື່ອນຂອງ ມາເລເຊຍ, ກໍຄືຂອງບັນດາປະເທດໃນ ອາຊຽນ.


top