ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊົມເຊີຍ Samsung ເປີດກວ້າງການລົງທຶນຢູ່ ຫວຽດນາມ

      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງຕໍ່ເລື່ອງ Samsung ຖື ຫວຽດນາມ ແມ່ນຖານທີ່ໝັ້ນທົ່ວໂລກ ດ້ວຍຍຸດທະສາດລົງທຶນຢ່າງຈິງຈັງ, ຍາວນານ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Choi Joo Ho,
ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Samsung  ຫວຽດນາມ (ພາບ:TTXVN)
      ຕອນບ່າຍວັນທີ 20 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Choi Joo Ho, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Samsung  ຫວຽດນາມ.
        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງຕໍ່ເລື່ອງ Samsung ຖື ຫວຽດນາມ ແມ່ນຖານທີ່ໝັ້ນທົ່ວໂລກ ດ້ວຍຍຸດທະສາດລົງທຶນຢ່າງຈິງຈັງ, ຍາວນານ, ບັນດາໂຄງການຂອງ Samsung ນອນໃນຈຳນວນບັນດາໂຄງການ FDI ທີ່ມີຄວາມຄືບໜ້າຜັນຂະຫຍາຍໄວທີ່ສຸດຢູ່ ຫວຽດນາມ ແລະ ສ່ວນໃຫຍ່ແມ່ນກວມເອົາລາຍຮັບ ແລະ ຜົນກຳໄລ ຂອງ Samsung ໃນທົ່ວໂລກ; ເລື່ອງການຍູ້ໄວຄວາມຄືບໜ້າໃນການກໍ່ສ້າງສູນຄົ້ນຄວ້າ ແລະ ພັດທະນາ ທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽໃຕ້ ຢູ່ ຮ່າໂນ້ຍ ຂອງກຸ່ມບໍລິສັດ, ຍູ້ແຮງການເຄື່ອນໄຫວໜູນຊ່ວຍວິສາຫະກິດ ຫວຽດນາມ.
        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຍາມໃດກໍພ້ອມແລ້ວທີ່ຈະຮັບຟັງ, ສົນທະນາ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ, ນັກລົງທຶນ, ໃນນັ້ນ ມີ Samsung ສືບຕໍ່ເປີດກວ້າງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ, ສ້າງລະບົບຜະລິດໃນຂົງເຂດໄຟຟ້າ, ເອເລັກໂຕນິກ ຂອງ ກຸ່ມບໍລິສັດຢູ່ ຫວຽດນາມ ໃຫ້ຄົບວົງຈອນ; ພ້ອມແລ້ວທີ່ຈະໜູນຊ່ວຍ Samsung ຊອກຫາສະຖານທີ່ເໝາະສົມເພື່ອລົງທຶນກໍ່ສ້າງໂຮງງານຜະລິດຖ່ານເຕັກໂນໂລຢີສູງ.
(ແຫຼ່ງຄັດຈາກ VOV)


top