ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເປັນປະທານຮ່ວມການສົນທະນາ ຫວຽດນາມ - WEF 29

      ວັນທີ 29 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເປັນປະທານຮ່ວມການສົນທະນາຍຸດທະສາດລະດັບຊາດ ຫວຽດນາມ ແລະ WEF ດ້ວຍຮູບການທາງໄກ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: tienphong.vn)
      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານສາດສະດາຈານ Klaus Schwab ປະທານບໍລິຫານ ແລະ ຜູ້ສ້າງຕັ້ງ ເວທີປາໄສເສດຖະກິດໂລກ (WEF), ວັນທີ 29 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເປັນປະທານຮ່ວມການສົນທະນາຍຸດທະສາດລະດັບຊາດ ຫວຽດນາມ ແລະ WEF ດ້ວຍຮູບການທາງໄກ. ການສົນທະນາຄັ້ງນີ້ ມີຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມື ພາກລັດ - ເອກະຊົນ: ກຳລັງໜູນ ຫຼັກແຫຼ່ງຂອງການຟື້ນຟູຮອບດ້ານ ແລະ ພັດທະນາແບບຍືນຍົງ, ກວມລວມ, ປ່ຽນແປງໃໝ່ປະດິດຄິດສ້າງ”.
        ການສົນທະນາໄດ້ຮັບຄວາມຫວັງວ່າ ຈະແມ່ນໂອກາດເພື່ອໃຫ້ ຫວຽດນາມ ຮຽກຮ້ອງການລົງທຶນ, ພ້ອມທັງລະດົມແຫຼ່ງກຳລັງເພື່ອປະຕິບັດເປົ້າໝາຍພັດທະນາ; ທິດທາງຜັນຂະຫຍາຍການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕຕາມທິດຍືນຍົງ, ຂຸດຄົ້ນແຫຼ່ງກຳລັງໜູນເຕີບໂຕຈາກການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ.
(ແຫຼ່ງຄັດຈາກ VOV)


top