ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນ ໂຮ່ຈີມິນ

      ຕອນເຊົ້າວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະປະຕິບັດງານ ລັດຖະບານລົງກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນ ໂຮ່ຈີມິນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄປກວດກາວຽກງານຈັດຕັ້ງການແຍກຕົວໃນເຂດແຍກຕົວ ຂຶ້ນກັບຫໍພັກມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ (ພາບ: TTXVN)
      ເມື່ອໄປກວດກາວຽກງານຈັດຕັ້ງການແຍກຕົວໃນເຂດແຍກຕົວ ຂຶ້ນກັບຫໍພັກມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕັກເຕືອນວ່າ ທາງນະຄອນຕ້ອງເອົາໃຈໃສ່ເປັນພິເສດເຖິງການເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນໃນເຂດແຍກຕົວ.
            ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ມາກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ບໍລິສັດ Nissei Electric Vietnam ແລະ ເຮັດວຽກນຳບໍລິສັດເຕັກໂນໂລຢີຊີວະສາດການຢາ Nanogen.
            ແລະກໍ່ໃນຕອນບ່າຍວັນດຽວກັນກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມກັບການນຳນະຄອນໂຮ່ຈີມິນກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)


top