ຂ່າວສານ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໄປຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດພາຍຫຼັງ 12 ປີ

ຈຸດສຸມຂອງການພົບປະຄັ້ງສຸດຍອດ ຍີ່ປຸ່ນ - ສ.ເກົາຫຼີ ຄັ້ງນີ້ຈະປິ່ນອ້ອມການຮ່ວມມືຄວາມໝັ້ນຄົງ ໃນສະພາບນັບມື້ນັບເກີດຄວາມວິຕົກກັງວົນກ່ຽວກັບໂຄງການນິວເຄຼຍຂອງ ສປປ.ເກົາຫຼີ.
  ທ່ານນາຍົກລັດຖະມົນ ຍີ່ປຸ່ນ Fumio Kishida (ພາບ: AFP)  

ວັນທີ 07 ພຶດສະພາ, ທ່ານນາຍົກລັດຖະມົນ ຍີ່ປຸ່ນ Fumio Kishida ໄດ້ໄປຮອດນະຄອນຫຼວງ ເຊີອູນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 07-08 ພຶດສະພາ, ໃນສະພາບທີ່ 2 ປະເທດພວມຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອຮຳບາດແຜການພົວພັນ. ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳ ຍີ່ປຸ່ນ ໄປເຖິງ ສ.ເກົາຫຼີ ພາຍຫຼັງໄລຍະ 12 ປີ, ເພື່ອຕອບຄືນການຢ້ຽມຢາມກ່ອນນັ້ນເມື່ອເດືອນ ມີນາ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk yeol.

ຈຸດສຸມຂອງການພົບປະຄັ້ງສຸດຍອດ ຍີ່ປຸ່ນ - ສ.ເກົາຫຼີ ຄັ້ງນີ້ຈະປິ່ນອ້ອມການຮ່ວມມືຄວາມໝັ້ນຄົງ ໃນສະພາບນັບມື້ນັບເກີດຄວາມວິຕົກກັງວົນກ່ຽວກັບໂຄງການນິວເຄຼຍຂອງ ສປປ.ເກົາຫຼີ. ເຈົ້າໜ້າທີ່ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ, 2 ປະເທດມີກາລະໂອກາດຮ່ວມມືຫຼາຍຢ່າງໃນບັນຫາ ສປປ.ເກົາຫຼີ, ກໍຄືຮັບປະກັນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ. ເຖິງຢ່າງໃດກໍ່ຕາມ, ບັນດາຄວາມແຕກຕ່າງດ້ານປະຫວັດສາດລະຫວ່າງ ສ.ເກົາຫຼີ ແລະ ຍີ່ປຸ່ນ ກໍ່ໄດ້ຮັບການຄາດຄະເນອາດຈະສົ່ງຜົນສະທ້ອນເຖິງການພົວພັນພວມເພີ່ມຂຶ້ນລະຫວ່າງ 2 ປະເທດ.


top