ຂ່າວສານ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ປຶກສາຫາລືກ່ຽວກັບສະພາບການ ຢູແກຼນ ແລະ ທະເລຕາເວັນອອກຢູ່ ອິນໂດເນເຊຍ

ອິນໂດເນເຊຍ ແມ່ນປະເທດຢ້ຽມຢາມທຳອິດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃນການໄປປະຕິບັດງານຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ນະທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ, ບັນດາບັນຫາສາກົນ ເປັນຕົ້ນແມ່ນ ສະພາບການຢູແກຼນ ແລະ ທະເລຕາເວັນອອກ.

  ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

(ພາບ: ຄະນະເລຂາປະທານາທິບໍດີອິນໂດເນເຊຍ)  

 ໃນການພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໃນວັນທີ 29 ເມສາ, ສອງຝ່າຍບັນລຸໄດ້ບາງຂໍ້ຕົກລົງໃນຂົງເຂດການຄ້າ, ການລົງທຶນ ແລະ ພື້ນຖານໂຄງລ່າງ, ລວມມີການເພີ່ມທະວີເຈລະຈາສັນຍາຄູ່ຮ່ວມມືການຄ້າ ອິນໂດເນເຊຍ - ຍີ່ປຸ່ນ (IJEPA), ຫຼຸດຜ່ອນຮົ້ວກີດຂວາງດ້ານການຄ້າ, ເປີດປະຕູສຳຜັດຢ່າງກວ້າງຂວາງໃຫ້ແກ່ຜະລິດຕະພັນສິນກະເສດ, ສິນໃນນ້ຳຂອງ ອິນໂດເນເຊຍ ໄປຍັງ ຍີ່ປຸ່ນ.

ສອງຝ່າຍກໍເຫັນດີປັບປຸງບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືກ່ຽວກັບສິ່ງແວດລ້ອມ, ເພີ່ມທະວີການຮ່ວມມືບຳລຸງສ້າງແຮງງານ ອິນໂດເນເຊຍ ເຂົ້າມາຕັ້ງຖິ່ນຖານຢູ່ ຍີ່ປຸ່ນ. ຍີ່ປຸ່ນ ແມ່ນປະເທດສົ່ງອອກແຮງງານໃຫຍ່ທີ່ສາມຂອງ ອິນໂດເນເຊຍ ແລະ ເປັນປະເທດລົງທຶນໃຫຍ່ອັນດັບທີ 5 ຂອງປະເທດນີ້.

ທ່ານປະທານາທິບໍດີ ອິນໂດນເຊຍ, Joko Widodo ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ກໍໄດ້ປຶກສາຫາລືກ່ຽວກັບບັນຫາສາກົນ ທີ່ສົ່ງຜົນສະທ້ອນເຖິງສະພາບການຂອງປະເທດຊາດໃນນັ້ນ ມີການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ  ແລະ ສະພາບການທະເລຕາເວັນອອກ.


top